ອາເມລິກາແລະອາຣັບບີຊາອຸດິປຶກສາຫາລືກ່ຽວກັບວິກິດການຊີຣີແລະຕ້ານກໍ່ການຮ້າຍ

ອາເມລິກາແລະອາຣັບບີຊາອຸດິປຶກສາຫາລືກ່ຽວກັບວິກິດການຊີຣີແລະຕ້ານກໍ່ການຮ້າຍ - ảnh 1
ທ່ານ​ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ
ອາຣັບບີ ຊາ​ອຸ​ດິ Mohammed bin Salman
(ພາບ: awdnews.com)

(vovworld) – ​ ວັນທີ 17/06 ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາຣັບບີ ຊາ​ອຸ​ດິ Mohammed bin Salman ທີ່​ພວມ​ຢ້ຽມຢາມ ອາ​ເມ​ລິ​ກາ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​​ໄດ້ເຕື້ອງ​ເຖິງ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ ອີຣັກ​ ໃນການຕໍ່ສູ້​ຕ້ານ​ອົງ​ການ “ລັດອິດສະ​ລາມ” (IS) ອ້າງ​ຊື່​ເອງ, ​ໃນ​ນັ້ນ ມີ​ເລື່ອງ​ບັນດາ​ປະ​ເທ​ດ​ເຂດ​ອ່າວ ​ເພີ່ມ​ງົບປະມານ​ໃຫ້​ບັນດາ​ກອງ​ທຶນໝັ້ນ​ທ່ຽງ ​ແລະ ມະນຸດສະທຳ​ຮີບ​ດ່ວນ. ການ​ນຳ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ອາຣັບບີ ຊາ​ອຸ​ດິ ​ໃນ​ການ​ຕໍ່ສູ້​ຕ້ານ IS, ພ້ອມ​ທັງ ຊົ​ມ​ເຊີຍ​ຄຳ​ໝັ້ນ​ສັນຍາ​ຂອງ Riyadh ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ສັນຕິພາບ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນຢູ່ ​ເຢ​ແມນ. ກ່ຽວ​ກັບ​ບັນ​ຫາ ຊີຣີ 2 ຝ່າຍ​​ເນັ້ນ​ໜັກ​ເຖິງ ​ຄວາມ​ສຳຄັນ​ຂອງ​ການ​ສະໜັບສະໜູນວິວັດ​ການມອບ​ໂອນ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ ທີ່ພວ​ມຕົກ​ຢູ່​ໃນ​ສະພາບເສິກ​ກາງ​ເມືອງ.

ຂ່າວ/ບົດ​ອື່ນ