ອຳນາດການປົກຄອງປະທານາທິບໍດີ Biden ຕັດສິນໃຈນຳພົນລະເມືອງ ອາເມລິກາ 2 ຄົນທີ່ຖືກ ລັດເຊຍ ຈັບຕົວກັບເມືອປະເທດ

(VOVWORLD) -ອາທິດກ່ອນນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ, ຜ່ານນັ້ນກໍ່ສະເໜີໃຫ້ປ່ອຍຕົວພົນລະເມືອງ ອາເມລິກາ 2 ຄົນທີ່ຖືກຈັບຕົວໃນທັນທີ.
ອຳນາດການປົກຄອງປະທານາທິບໍດີ Biden ຕັດສິນໃຈນຳພົນລະເມືອງ ອາເມລິກາ 2 ຄົນທີ່ຖືກ ລັດເຊຍ ຈັບຕົວກັບເມືອປະເທດ - ảnh 1ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ
(ພາບ: gettyimage)

        ວັນທີ 03 ເມສາ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ ທ່ານ John Kirby ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຈະເຮັດທຸກສິ່ງທຸກຢ່າງເພື່ອນຳພົນລະເມືອງ ອາເມລິກາ 2 ຄົນເຊິ່ງແມ່ນ Evan Gershkovich ແລະ Paul Whelan ທີ່ຖືກ ລັດເຊຍ ຈັບຕົວກັບເມືອປະເທດ. Gershkovich ແມ່ນນັກຂ່າວຂອງໜັງສືພິມລາຍວັນຖະໜົນ Wall ແລະ ຫາກໍ່ຖືກອົງການຄວາມໝັ້ນຄົງສະຫະພັນ ລັດເຊຍ ຈັບຕົວ ດ້ວຍຄຳກ່າວຫາວ່າ ເປັນນັກສືບ. ທ່ານ Kirby ກໍ່ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ພວມຊອກຫາວິທີເພື່ອປະສານວຽກງານດ້ານກົງສູນກັບນັກຂ່າວຜູ້ນີ້.

        ອາທິດກ່ອນນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ, ຜ່ານນັ້ນກໍ່ສະເໜີໃຫ້ປ່ອຍຕົວພົນລະເມືອງ ອາເມລິກາ 2 ຄົນທີ່ຖືກຈັບຕົວໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ