ອຳນາດການປົກຄອງໄທບໍ່ອະນຸຍາດໃຫ້ຝ່າຍເສື້ອແດງສ້າງສູນຕິດຕາມກວດກາ

ອຳນາດການປົກຄອງໄທບໍ່ອະນຸຍາດໃຫ້ຝ່າຍເສື້ອແດງສ້າງສູນຕິດຕາມກວດກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ ​ໄທ ປຣາວິດ ວົງ​ສຸ​ວອນ
(ພາບ: THX/TTXVN)


(vovworld) – ວັນ​ທີ 13/6, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ ​ໄທ ປຣາວິດ ວົງ​ສຸ​ວອນ ປະກາດ​ວ່າ​ບໍ່​ຮັບ​ຮູ້​ເລື່ອງ​ແນວ​ໂຮມ​ເອກະ​ພາບ​ເພື່ອ​ປະຊາທິປະ​ໄຕ​ຕ້ານ​ພະ​ເດັດການ (UDD), ​ຫຼື​​ເອີ້ນວ່າ ຝ່າຍ​ເສື້ອ​ແດງ ສ້າງ​ຕັ້ງ​ບັນດາສູນ​ຕິດຕາມ​ກວດກາ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ນາຍ​ພົນ ປຣາວິດ ຖື​ວ່າ: ປະຈຸ​ບັນ​ລັດຖະບານ​ໄດ້​ມີ​ບັນດາ​ອົງການ​ຄື: ຄະນະ​ກຳມະການ​ແຫ່ງ​ຊາ​ດຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (NACC) ​ແລະ ຄະນະ​ກຳມະການ​​ເລືອກ​ຕັ້ງ (EC) ປະຕິບັດ​ໜ້າ​ທີ່​ຕິດຕາມ​ກວດກາ​ນີ້ ​ແລະ UDD ຈະ​ບໍ່​​ໄດ້​ຮັບອະນຸຍາດ​ເປີດ​ບັນດາ​ສູນ​ຕິດຕາມ​ກວດກາ. ທ່ານ​ກໍ່​​ຖະ​ແຫຼງ​ວ່າ​ລັດຖະບານ​ຈະ​ຕັດ​ສິນ​ລົງ​ໂທດ​ຕາມ​ກົດໝາຍ​ຖ້າ​ຫາກ UDD ຍັງສືບ​ຕໍ່​ດຳ​ເນີນ​ແຜນການ​ນີ້​ຢູ່. ກ່ຽວ​ກັບ​ຖະ​ແຫຼ​ງການ​ຫວ່າງ​ມໍ່ໆ​ມານີ້ຂອງ ​ ​UDD ທີ່​ວ່າ: ຝ່າຍ​ນີ້​ຈະ​ຝາກ​ຈົດໝາຍ​ເຖິງ​ສະຫະ​ປະຊາ​ຊາດ ​ແລະ ສະຖານທູດ​ບັນດາ​ປະ​ເທດ​ທີ່​ໄດ້​ສົ່ງ​ຜູ້ຕາງໜ້າ​​​ໄປ​ປະ​ຈຳ​ຢູ່ບັນດາ​ສູນ​ຕິດຕາມກວດ​ກາ, ທ່ານ ປຣາວິດ ​ເວົ້າ​ວ່າການ​ລົງ​ປະຊາ​ມະຕິ​ນີ້​ແມ່ນ​ບັນຫາ​ພາຍ​ໃນ​ຂອງ ​ໄທ ​ແລະ ບໍ່​ຕ້ອງການ​ເຖິງ​ການ​ແຊກ​ແຊງ​ຂອງ​ສາກົນ.

ຂ່າວ/ບົດ​ອື່ນ