ຮ່ວມ​ມື​ກັບ ສ​ປ​ຊ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ

(VOVWORLD) -   ຕອນຄ່ຳວັນທີ 21 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເປັນປະທານພິທີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20/9/1977 – 20/9/2022).
ຮ່ວມ​ມື​ກັບ ສ​ປ​ຊ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ - ảnh 1

 (ພາບ: VOV)

  ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ຢືນຢັນວ່າ, ເລື່ອງເຂົ້າເປັນສະມາຊິກທີ 149 ຂອງ ສປຊ ເມື່ອວັນທີ 20/9/1977 ແມ່ນການເປີດສາກເສັ້ນທາງປະຫວັດສາດໃໝ່ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ. ຫວຽດນາມ ມີຄວາມເອກອ້າງທະນົງໃຈ ກ່ຽວກັບຄວາມມານະພະຍາຍາມ ປະຕິບັດບັນດາພາລະກຳອັນສູງສົ່ງຂອງ ສປຊ, ຜັນຂະຫຍາຍບັນດາເປົ້າໝາຍ, ໂຄງການຂອງ ສປຊ, ບັນດາຂໍ້ລິເລີ່ມຂອງ ທ່ານເລຂາທິການໃຫ່ຍ ສປຊ ແລະ ຫຼາຍໂຄງການໃຫ້ປະກົດຜົນເປັນຈິງ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ເນັ້ນໜັກວ່າ:

   ຍິ່ງກ່ວາເວລາໃດໝົດ, ພວກເຮົາຕັ້ງຄວາມຫວັງວ່າ, ສປຊ ຈະສືບຕໍ່ສວມບົດບາດໃຈກາງໃນການບໍລິຫານທົ່ວໂລກ, ເປັນແກ່ສານເຊື່ອມຕໍ່ຄວາມສາມັກຄີສາກົນ, ເປັນຂົວຕໍ່ສົມທົບບັນດາຄວາມມານະພະຍາຍາມຫຼາຍຝ່າຍ ຊ່ວຍປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພັດທະນາ ເພື່ອໃຫ້ໂລກບໍ່ມີສົງຄາມ, ການປະທະກັນ, ຂາດຄວາມຍຸດຕິທຳ, ມວນມະນຸດບໍ່ມີຄວາມອຶດຫິວທຸກຍາກ. ສຳລັບ ຫວຽດນາມ ແລ້ວ, ສປຊ ຍາມໃດກໍ່ມີທີ່ຕັ້ງສຳຄັນ ໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນຂອງ ຫວຽດນາມ. ຫວຽດນາມ ຈະສູ້ຊົນປະຕິບັດບັນດາການເຄື່ອນໄຫວຮ່ວມມືກັບ ສປຊ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ສູ້ຊົນເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນໂລກ.

   ໃນບົດກ່າວປາໄສຂອງຕົນ, ທ່ານເລຂາທິການໃຫ່ຍ ສປຊ António Guterres ຫວັງວ່າ ສປຊ ແລະ ຫວຽດນາມ ຈະສືບຕໍ່ຊຸກຍູ້ການຮ່ວມມື, ພ້ອມກັນສືບຕໍ່ສ້າງໜ້າປະຫສັດສາດໃໝ່ ໃນການພັດປະສົບທະນາຜົນສຳເລັດຂອງ ຫວຽດນາມ:

   ຫວຽດນາມ ໄດ້ກ້າວເດີນໃນໄລຍະອັນຍາວໄກ ແຕ່ ຫວຽດນາມ ຍັງຈະສືບຕໍ່ດຳເນີນວິວັດທະນາການພັດທະນາ ໃນໄລຍະຕໍ່ໄປອີກ. ອີກເທື່ອໜຶ່ງ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດກາຍເປັນສະຖານທີ່ນຳໜ້າໃຫ້ແກ່ບັນດາຄຸນຄ່າໃໝ່. ເພື່ອໃຫ້ພວກເຮົາສາມາດຮັກສາອະນາຄົດທີ່ປອດໄພ ຕໍ່ໜ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ໄດ້, ບໍ່ປະໃຫ້ຜູ້ໃດຢູ່ທາງຫຼັງ, ພວກເພື່ອນສາມາດຫັນປ່ຽນພື້ນຖານເສດຖະກິດຂອງຕົນ ແລະ ປ່ຽນແປງໂລກ. ສປຊ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ເປັນຄູຮ່ວມມືຂອງ ຫວຽດນາມ- ເດີນຕາມເສັນທາງນີ້ເທື່ອລະກ້າວ.

     ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຊົມເຊີຍ ຫວຽດນາມ ຫາກໍ່ໄດ້ຮັບການເລືອກຕັ້ງ ເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ແລະ ໃຫ້ຮູ້ວ່າ, ສປຊ ປາດຖະໜາ ຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາສະມາຊິກເພື່ອສັນຕິພາບ, ການພັດທະນາແບບຍືນຍົງ ແລະ ສິດທິທະນຸດໃຫ້ທຸກໆຄົນ. ທ່ານຊົມເຊີຍເລື່ອງ ຫວຽດນາມ ພວມຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຫລຸດຜ່ອນໄຟຟ້າຖ່ານຫີນຢ່າງແຮງ, ດຳເນີນການປະຕິວັດກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງເປັນສູນໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ