ຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມ Bulgaria ຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມ Bulgaria ຢ່າງເປັນທາງການ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan
ພົບ​ປະ​ກັບ​ພະນັກງານ, ພໍ່​ແມ່​ປະຊາຊົນ​ຫວຽດນາມປະຈຳ ບຸນ​ກາລີ
(ພາບ: chinhphu.vn)


(vovworld) -     ​ໃນ​ການ​ຢ້ຽມຢາມ Bulgaria ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 1/9, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ ບຸນ​ກາລີ ​ແລະ ພໍ່​ແມ່​ປະຊາຊົນ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ​, ຮໍ່າຮຽນຢູ່ນະ​ຄອນ​ຫຼວງ Sophia, ຂອງ Bulgaria. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​​ໄດ້ສະ​ເໜີ​ໃຫ້​ສະຖານທູດ​ຫວຽດນາມ ຄວນ​ເອົາ​ໃຈ​​ໃສ່​ເຖິງ​ວຽກ​ງານການ​ທູດ​ຫຼາຍກວ່າ​ອີກ ​ເພື່ອ​ຮັບ​ໃຊ້​ເສດຖະກິດ, ຊ່ວຍ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ​ສ້າງ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະ​ສິດທິ​ຜົ​ນ, ​ເພື່ອ​ເພີ່ມ​​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ສູງ​ຂຶ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ​, ຊາວ​ຫວຽດນາມ ​ແຕ່ລະຄົນ​ຢູ່ Bulgaria ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ປະກອບສ່ວນ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ​ຫວຽດນາມ, ​ປະກອບສ່ວນ​ນຳ​ຫວຽດນາມ ​ແລະ Bulgaria ຍັບ​​ເຂົ້າກັນ​ກວ່າ.

ຂ່າວ/ບົດ​ອື່ນ