ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ດົງ​ຢາງ
( ພາບ: hoinongdan.org.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 26/6, ຢູ່​ເທ​ດສະບາ​ນ​ເມືອງ P’rao, ​ເມືອງ ດົງ​ຢາງ, ​ແຂວງ​ກວາງ​ນາມ; ທ່ານ Nguyen Xuan Phuc ​ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີຫວຽດນາມ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ດົງ​ຢາງ ​ເກືອບ 500 ຄົນ. ນະ​ທີ່​ນີ້,​ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງດົງ​ຢາງ, ​ແຂວງ​ກວາງ​ນາມ ຫຼາຍ​ຄົນ, ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບໝາກຜົນ​ຂອງ​ກອງ​ປະຊຸມ, ພ້ອມ​ກັນ​ນັ້ນ, ປາດຖະໜາ​ວ່າ ຄະນະ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ແຂວງ​ກວາງ​ນາມ ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​​ແທດ​ຈິງ ​ແລະ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ສະພາ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ​ແກ້​ໄຂ​ບາງ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພ້ອມ​ກັນ​ນັ້ນ​ກໍ່ຮັບ​ຮູ້ ​ແລະ ລວບ​ລວມຄວາມ​ເຫັນ​ເພື່ອ​ຍື່ນ​ສະ​ເໜີ​ທີ່​ກອງ​ປະຊຸມ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເນັ້ນ​ໜັກ​ວ່າ.

        “ ບັນຫາ​ທີ່​ພໍ່​ແມ່ປະຊາຊົນ​ເອົາ​ໃຈ​ໃສ່​ແມ່ນ​ປູ​ລະນະກົງຈັກ​ບໍລິຫານ​ແຫ່ງ​ລັດ ​ແລະ ລະບອບ​ຕໍ່​ພະນັກງານ​ຂັ້ນ​ຮາກຖານ. ​ໃນ ປະຈຸ​ບັນ, ພວກ​ເຮົາ​ມີ​ຖັນ​ແຖ້ວລັດຖະກອນພຽງ 2,8 ລ້ານ​ຄົນ, ​ແຕ່​ຖັນ​ແຖວ​ພະນັກງານ​ຕາ​ແສງ, ບ້ານ​​ແມ່ນກວ່າ 1,5 ລ້ານ​ຄົນ, ກວມ​ເອົາ​ເຄຶ່ງໜຶ່ງ​ຈຳນວນພະນັກງານ​ລັດຖະກອນປະຈຸ​ບັນ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ຄິດ​ໄລ່​ຄືນ​ໃໝ່, ​ໂດຍ​ກຳນົດ​ພະນັກງານ​ບັນຈຸໃຫ້​​ເໝາະ​ສົມ​. ລັດຖະບານ ​ແລະ ບັນດາ​ຂະ​ແໜງ​ການ​ສູນ​ກາງ ຈະປະຕິ​ຮູບເງິນ​ເດືອນ​ ບົ່ນຈິດ​ໃຈ​ຮັບປະກັນ​ການ​ຜະລິດ​ໃຫ້​ແກ່​ຄົນ​ງານ. ”

ຂ່າວ/ບົດ​ອື່ນ