ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຕ້ອນຮັບປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດການເງິນ Lotte Card

(VOVWORLD) - ຕອນບ່າຍວັນທີ 06 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Kim Chang Kwon ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດການເງິນ Lotte Card ສັງກັດກຸ່ມບໍລິສັດ Lotte ສ.ເກົາຫຼີ.
ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຕ້ອນຮັບປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດການເງິນ Lotte Card - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ Lotte ພັດທະນາບັນດາຂະແໜງການ, ອາຊີບ, ຂົງເຂດທີ່ກຸ່ມບໍລິສັດມີທ່າແຮງ, ໃນນັ້ນ ມີເລື່ອງສືບຕໍ່ເປີດກ້ວາງການລົງທຶນໄປສູ່ຂົງເຂດການເງິນໃຊ້ສອຍ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການພັດທະນາດ້ານການເງິນໃຊ້ສອຍ ໂດຍຜ່ານການນຳໃຊ້ເຕັກໂນໂລຊີ (Fintech, Mobile Payment) ປະກອບສ່ວນພັດທະນາການໃຊ້ສອຍບໍ່ໃຊ້ເງິນສົດ.

        ສ່ວນທ່ານປະທານ Lotte Card ໃຫ້ຮູ້ວ່າ: ດ້ວຍປະສົບການທີ່ເຄື່ອນໄຫວໃນຂົງເຂດການເງິນ, ສິນເຊື່ອເປັນເວລາຫລາຍປີແລ້ວ,  Lotte Card ປາດຖະໜາຢາກປະກອບບັນດາບົດຮຽນຂອງຕົນເຂົ້າໃນການພັດທະນາຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງບັນດາການບໍລິການຊຳລະເງິນດ້ວຍບັດ ATM, ໂທລະສັບມືຖື…

ຕອບກັບ

ຂ່າວ/ບົດ​ອື່ນ