ຮອງນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ບັກນິງ

ຮອງນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ບັກນິງ - ảnh 1
ທ່ານຮ​ອງນາຍົກລັດຖະມົນຕີທອງ​ລຸນ ສີສຸ​ລິດ
​ເຮັດ​ວຽກກັບການນຳແຂວງ​ບັກ​ນິງ
(ພາບ: Vietnam+)


(vovworld) – ເນື່ອງ​​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 06/03, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ພົວພັນຕ່າງປະເທດ​ສູນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ  ​ໂດຍ​ທ່ານ​ກຳມະ​ກາ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ທອງ​ລຸນ ສີສຸ​ລິດ ນຳ​ໜ້າ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງບັກ​ນິງ. ທີ່​ການ​ພົບ​ປະ​ກັບ​ການ​ນຳ​ແຂວງ​ບັກ​ນິງ, ທ່ານ​ຮອງນາຍົກລັດຖະມົນຕີ ທອງ​ລຸນ ສີສຸ​ລິດ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ບັກ​ນິງ ກັບ​ບັນດາ​ແຂ​ວງຂອງ​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຫົວພັນ. ທ່ານ​ຮອງນາຍົກລັດຖະມົນຕີ ທອງ​ລຸນ ສີສຸ​ລິດ ​ເຊື່ອ​ໝັ້ນ​ຕໍ່ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ​ແລະ ​ປາດ​ຖະໜາ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຂອງ​ແຂວງ​ບັກ​ນິງ ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ