ຮອງປະທານ Nguyen Thi Doan ເຂົ້າຮ່ວມການ ພົບປະແລກປ່ຽນຢູ່ແຂວງ Ha Nam

ຮອງປະທານ Nguyen Thi Doan ເຂົ້າຮ່ວມການ ພົບປະແລກປ່ຽນຢູ່ແຂວງ Ha Nam - ảnh 1

(ພາບ:.ອີນ​ເຕີ​ແນັດ)​

( vovworld ) – ຕອນ​ຄ່ຳວັນ​ທີ 25/8, ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ Ha Nam ສົມທົບ​ກັບສະຖານີວິທະຍຸ-​ໂທລະ​ພາບ​ແຂວງ ​ Ha Nam ໄດ້​ຈັດການ​ພົບ​ປະ​ແລກປ່ຽນ “​ເຊີດ​ຊຸູຄວາມ​​ເກັ່ງ​ກ້າສາມາດ​ໃນ​ເຂດ​ດິນ​ແຫ່ງ​ການ​ຮ່ຳຮຽນ Ha Nam“. ​ເຂົ້າຮ່ວມ​ການ​ພົບ​ປະ​ແລ​ກປ່ຽນ​ມີ​ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan, ຜູ້ຕາງໜ້າ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ, ການ​ນຳ​ແຂວງ ​ Ha Nam. ພາຍຫຼັງ​ໄດ້​ຮັບ​ການ​ສ້າງຕັ້ງຄື​ນ​ໃໝ່​ມາ​ເປັນ​ເວລາ 15 ປີ, ​​ Ha Nam ແມ່ນ 1 ​ໃ​ນຈຳນວນ 4 ​ແຂວງ​ທຳ​ອິດ​ຂອງ​ຫວຽດນາມ ​ໄດ້​ຮັບ​ຮູ້​ບັນລຸ​ມາດຖານການ​ຮຽນ​ປະຖົມ​ຖືກຕ້ອງຕາ​ມ​ເກັນ​ອາຍຸ, ​ແມ່ນ 1 ​ໃນ​ຈຳ​ນວນ 10 ທ້ອງ​ຖິ່ນ​ບັນລຸ​ມາດຖານ​ການ​ສຶກສາຂັ້ນມັດທະຍົມ​ຕອນ​ຕົ້ນພາກ​ບັງຄັບ. ພິ​ເສດ, ​ແຂວງ ​​ Ha Nam ແມ່ນ​ 1 ໃ​ນຈຳນວນ 2 ​ແຂວງ​ທຳ​ອິດ​ຂອງ​ຫວຽດນາມ ມີ 100% ຈຳນວນ​ຕາ​ແສງ​ບັນລຸມາດຖານ​ການ​ສຶກສາຂັ້ນມັດທະຍົມ​ຕອນ​ຕົ້ນພາກ​ບັງຄັບ. ປີ 2012 ​ແມ່ນ​ສົກຮຽນ​ທີ່​ແຂວງ Ha Nam ບັນລຸຜົນງານ​ທີ່​ໜ້າ​ຈົດ​ຈຳ​ທີ່​ສຸດ ຂະນະ​ທີ່​ມີ​ນັກຮຽນ​ຍາດ​ໄດ້​ຫຼຽນ​ເງິນ​ໂອ​ລິ​ມປິກ​ຟີ​ຊິກ​ອາຊີ-​ປາຊີ​ຟິກ ​ແລະ ຫຼຽນ​ຄຳ​ໂອ​ລິ​ມປິກ​ຟີ​ຊິກ​ສາກົນ. ລາຍການ​ພົບ​ປະ​ແລກປ່ຽນ​ດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ Ha Nam ຕີ​ລາຄາ​ຄືນສະພາບ​ການ​ສຶກສາ​ບຳລຸງສ້າງ ​ແລະ ​ເຊີ​ດຊູດບັນ​ດາ​ຄູ​ອາຈານ ​ແລະ ນັກຮຽນ ຊື່​ງ​ໄດ້​ພະຍາຍາມ​ບື່ນຕົວ​ຂຶ້ນ​ຍາດ​ໄດ້ຜົນ​ງານ​ສູງ​ໃນ​ເວທີ​ສາກົນ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ