ຮ່າໂນ້ຍ ຈັດຕັ້ງການຍິງບັ້ງໄຟດອກ ແລະ ລາຍການສະແດງສິລະປະ ຢູ່ 30 ບ່ອນ

(VOVWORLD) -ຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຮ່າໂນ້ຍ ຈະຈັດຕັ້ງການຍິງບັ້ງໄຟດອກ ຢູ່ 30 ແຫ່ງ ໃນເວລາແຕ່ 00 ໂມງ ຫາ 00 ໂມງ 15 ນາທີ.
ຮ່າໂນ້ຍ ຈັດຕັ້ງການຍິງບັ້ງໄຟດອກ ແລະ ລາຍການສະແດງສິລະປະ ຢູ່ 30 ບ່ອນ - ảnh 1 ພາບປະກອບ

ໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່  ປີກຸນ 2019, ນະຄອນຫຼວງ ຮ່າໂນ້ຍ ຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ ແລະ ສິລະປະ. ພິເສດ, ຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຮ່າໂນ້ຍ ຈະຈັດຕັ້ງການຍິງບັ້ງໄຟດອກ ຢູ່ 30 ແຫ່ງ ໃນເວລາແຕ່ 00 ໂມງ ຫາ 00 ໂມງ 15 ນາທີ. ທ່ານ ໂຕວັນດົງ, ຫົວໜ້າພະແນກວັດທະນະທໍາ ແລະ ກິລາ ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຈັດຕັ້ງການສະແດງສິລະປະທີ່ມີຂອບຂະໜາດໃຫຍ່ ຢູ່ 5 ບ່ອນ ເຊິ່ງເປັນບ່ອນຍິງບັ້ງໄຟດອກໄລຍະໄກ. ຢູ່ທີ່ນີ້ ຈະມີການສະແດງສິລະປະຈາກບັນດານັກຮ້ອງ, ສິລະປະການ ທີ່ມີຊື່ສຽງ ເພື່ອຮັບໃຊ້ປະຊາຊົນ ສາມາດຮັບຊົມບັນດາລາຍການສະແດງສິລະປະ, ວັດທະນະທໍາ ແລະ ກິລາ ໃນໂອກາດນີ້. ນອກຈາກນັ້ນ, ຢູ່ສະຖານທີ່ຍິງບັ້ງໄຟດອກຂອງບັນດາເມືອງແຫ່ງຕ່າງໆ ກໍໄດ້ຈັດຕັ້ງບັນດາລາຍການສະແດງສິລະປະເຊັ່ນດຽວກັນ”.

        ແລະກໍໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ນະຄອນຮ່າໂນ້ຍ ກໍໄດ້ຈັດຕັ້ງບັນດາລາຍການສະແດງສິລະປະ ຕ້ອນຮັບປີໃໝ່ ປີກຸນ ຢູ່ ບັນດາສະຖານທີ່ລະຫຼິ້ນສາທາລະນະອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ