ຮຽກຮ້ອງການລົງທຶນ,ຮ່ວມມືຂຸດຄົ້ນບັນດາທ່າແຮງພັດທະນາເສດຖະກິດ-ສັງຄົມເຂດໄຕງວຽນ

ຮຽກຮ້ອງການລົງທຶນ,ຮ່ວມມືຂຸດຄົ້ນບັນດາທ່າແຮງພັດທະນາເສດຖະກິດ-ສັງຄົມເຂດໄຕງວຽນ - ảnh 1
ການເຮັດ​ວຽກ​ຢູ່​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 08/06, ບັນດາ​ຫົວໜ້າ​ອົງການ​ຜູ້ຕ່າງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ອາຍຸ​ການ 2016 – 2019 ​ໂດຍ​ທ່ານ ບູຍ​ແທງ​ເຊີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ລົງ​ເຮັດ​ວຽກ​ຢູ່​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ. ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ຍັງ​ມີ​ການ​ນຳ​ຈາກ​ 5 ​ແຂວງ​​ເຂດ​ໄຕ​ງວຽນຄື: ດັກ​ລັກ, ຢາ​ລາຍ, ກອນ​ຕູມ, ດັກ​ນົງ ​ແລະ ​ເລີມ​ດົ່ງ. ທ່ານ ບູຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ໃຫ້​ບັນດາ​ຫົວໜ້າອົງການ​ຜູ້ຕ່າງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ກຳ​ເໜ້ນ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ການປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ໄຕ​ງວຽນ. ຜ່ານ​ນັ້ນ ບັນດາ​ຫົວໜ້າ​ອົງການຜູ້​ຕ່າງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ຈະ​ເປັນ​ຂົວ​ຕໍ່​ເພື່ອ​ເຜີຍ​ແຜ່, ​ແຈ້ງ​ຂ່າວ​ເຖິງ​ປະຊາ​ຄົມ​ສາກົນ​ເຈົ້າ​ໃຈ​ແຈ້ງ​ກ່ວາ ກ່ຽວ​ກັບ​ເຂດ​ໄຕ​ງວຽນ. ພ້ອມ​ກັນ​ນັ້ນ ​ແມ່ນ​ຄົ້ນຄວ້າ, ຮ່ວມ​ມື​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ​ພັດທະນາ​ເສດຖະກິດ, ສັງຄົມ​ເຂດ​ໄຕ​ງວຽນ, ພິ​ເສດ​ແມ່ນ​ການ​ລົງທຶນ​ພັດທະນາ​ດ້ານກະ​ສິກຳ​ເຕັກ​ໂນ​ໂລ​ຢີສູງ, ​ເປີດ​ກ້ວາງ​ຕະຫລາດ​ສົ່ງ​ອອກ​ບັນດາ​ປະ​ເພດ​ຜະ​ລິດ​ຕະພັນ​ກະ​ເສດ​ທີ່​ມີ​ທ່າ​ແຮງ​ຂອງ​​ເຂດ​ໄຕ​ງວຽນ​ຄື: ກາ​ເຟ, ໝາກພິກ​ໄທ, ຢາງ​ພາລາ…

 

 

ຂ່າວ/ບົດ​ອື່ນ