ເກີດເຫດ​ແຜ່ນ​ດິນ​ໄຫວຢ່າງ​ແຮງ​ຢູ່ ກ​ຣົວ​ຊ​ີ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ​ 7 ຄົນ

(VOVWORLD) -  ເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງແຮງຢູ່ ພາກກາງ ກຣົດຊີ ໃນວັນທີ 29 ທັນວາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 7 ຄົນ. 
ເກີດເຫດ​ແຜ່ນ​ດິນ​ໄຫວຢ່າງ​ແຮງ​ຢູ່ ກ​ຣົວ​ຊ​ີ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ​ 7 ຄົນ - ảnh 1ເຫດແຜ່ນດິນໄຫວເຮັດໃຫ້ປະຊາຊົນ 20.000 ຄົນ ຢູ່ພາຍໃນ ແລະ ອ້ອມຂ້າງເທດສະບານເມືອງ Petromja ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ (ພາບ: AFP/TTXVN)

ເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງແຮງຢູ່ ພາກກາງ ກຣົດຊີ ໃນວັນທີ 29 ທັນວາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 7 ຄົນ. ເຈົ້າໜ້າທີ່ຂອງປະເທດນີ້ ໄດ້ມານະພະຍາຍາມຜັນຂະຫຍາຍບັ້ນກູ້ໄພກູ້ຊີບຈົນຊອດແຈ້ງ. ເຫດແຜ່ນດິນໄຫວດັ່ງກ່າວ ມີຄວາມແຮງ 6,4 ຣິກເຕີ ເຮັດໃຫ້ປະຊາຊົນ 20.000 ຄົນ ຢູ່ພາຍໃນ ແລະ ອ້ອມຂ້າງເທດສະບານເມືອງ Petromja ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ. ປັດຈຸບັນ, ທິມງານກູ້ໄພກູ້ຊີບ ຍັງສືບຕໍ່ມານະພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍຢູ່. ໃນຂະນະນັ້ນ, ສະຫະພາບເອີຣົບ (ອີຢູ) ກໍແຈ້ງໃຫ້ຊາບວ່າ ເຂົາເຈົ້າກຳລັງຈັດສົ່ງກຳລັງໄປໜູນຊ່ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ