ເກາະ ແບກ​ລອງ​ຫວີ (ຫາຍ​ຟ່ອງ) ກຽມ​ພ້ອມ​ຈັດ​ວັນ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ

(VOVWORLD) - ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ.
ເກາະ ແບກ​ລອງ​ຫວີ (ຫາຍ​ຟ່ອງ) ກຽມ​ພ້ອມ​ຈັດ​ວັນ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ - ảnh 1ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ລົງຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ

ຍ້ອນມີລັກສະນະພິເສດທີ່ຕັ້ງຢູ່ຫ່າງໄກຈາກເຂດດິນຕໍ່ແຜ່ນ, ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ. ໄລ່ມາຮອດປັດຈຸບັນ, ວຽກງານການກະກຽມໃຫ້ແກ່ວັນເລືອກຕັ້ງກ່ອນກຳນົດເວລາຢູ່ເຂດພິເສດດັ່ງກ່າວກໍສຳເລັດແລ້ວ.

        ຢູ່ 02 ຈຸດເລືອກຕັ້ງຂອງເຂດພິເສດ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ສ້າງ ແລະ ຕິດປະກາດຢູ່ບັນດາເຂດປ່ອນບັດ ກໍຄືຢູ່ສຳນັກງານຄະນະກຳມະການປະຊາຊົນເຂດພິເສດ, ຮັບປະກັນຖືກຕ້ອງຕາມເວລາກຳນົດ. ພ້ອມກັບການກະກຽມຢ່າງຕັ້ງໜ້າຂອງເຂດພິເສດ ແບກລອງຫວີ ແລ້ວ, ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ກໍໄດ້ມີໜ້າເພື່ອກະຕຸກຊຸກຍູ້ ແລະ ມີການຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ.

ຕອບກັບ

ຂ່າວ/ບົດ​ອື່ນ