ເຊີດຊູບັນດາໄວໜຸ່ມດີເດັ່ນໃນຂົງເຂດ ສິລະປະການສະແດງ

ເຊີດຊູບັນດາໄວໜຸ່ມດີເດັ່ນໃນຂົງເຂດ ສິລະປະການສະແດງ - ảnh 1
ງານ​ການ​ປະ​ກວດ “ຄວາມ​ສາມາດ​ພິ​ເສດ​ຂອງ​ນັກຮຽນ, ນັກ​ສຶກສາ​ໜຸ່ມ
​ບັນດາ​​ໂຮງຮຽນ​ສິລະ​ປະວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ​" ຄັ້ງ​ທີ 1
(ພາບ: huc.edu.vn)


(TTX) -     ຕອນ​ຄໍ່າ​ວັນ​ທີ 16/9, ຢູ່​ທີ່​ຮ່າ​ໂນ້ຍ, ມີໄວ​ໜຸ່ມ​ດີ​ເດັນ 250 ຄົນ ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ລາຍການ​ສະຫຼຸບ​ພົນ​ງານ​ການ​ປະ​ກວດ “ຄວາມ​ສາມາດ​ພິ​ເສດ​ຂອງ​ນັກຮຽນ, ນັກ​ສຶກສາ​ໜຸ່ມ​ບັນດາ​​ໂຮງຮຽນ​ສິລະ​ປະວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ​ຄັ້ງ​ທີ 1”. 26 ຮາກຖານ​ບຳງລຸງ​ສ້າງ​ສິລະ​ປະວັດທະນະທຳ ​ໄດ້​ທຳ​ການສະ​ແດງ 40 ລາຍການ​ສິລະ​ປະ​ທີ່​ໄດ້​ຮັບ​ລາງວັນ​ສູງ​ໃນງານປະ​ກວດ “ຄວາມ​ສາມາດ​ພິ​ເສດຂອງ​ນັກຮຽນ, ນັກ​ສຶກສາ​ໜຸ່ມ​​ໃນບັນດາ​​ໂຮງຮຽນ​ສິລະ​ປະວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຄັ້ງ​ທີ 1”.. ບັນດາ​ລາຍການຮ້ອງ​ເພງ, ຟ້ອນ, ດົນຕີ​ເພື້ນ​ເມືອງ​​ ແລະ ຍຸກ​ສະ​ໄໝ​ປະຈຸ​ບັນຄື: ດົນຕີ​​ໃນ​ພະລາດ​ຊະ​ວັງ, ລະຄອນ​ຕ່ວງ, ລຳ​ເລື່ອງ, ກະ​ຍະ​ສິນ, ລະຄອນ​ເວົ້າ… ​ແມ່ນ​ສະ​ແດງ​ໃນ​ຄໍ່າ​ຄືນ​ວັນ​ທີ 16 – 17/9. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ Hoang Tuan Anh ​ໄດ້​ຍ້ອງຍໍ, ຊົມ​ເຊີຍ ​ແລະ ມອບ​ລາງວັນ​ໃຫ້ຄູ​ອາຈານ 41 ຄົນ ​ໃນ​ຂົງ​ເຂດ​ສິລະ​ປະການ​ສະ​ແດງ ທີ່​ມີ​ນັກຮຽນ​ຍາດ​ໄດ້​ລາງ​ວັນ​ທີ 1 ​ໃນງານປະ​ກວດ “ຄວາມ​ສາມາດ​ພິ​ເສດ​ຂອງນັກຮຽນ, ນັກ​ສຶກສາ​ໜຸ່ມ​ຂອງ​ບັນດາ​​ໂຮງຮຽນ​ສິລະ​ປະວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ​ຄັ້ງ​ທີ 1”.

ຂ່າວ/ບົດ​ອື່ນ