ເຊີດຊູຜະລິດຕະພັນເຕັກໂນໂລຊີຫັນປ່ຽນສູ່ດີຈີຕອນ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 30 ມີນາ, ທີ່ຮ່າໂນ້ຍ, ສະມາຄົມສື່ສານດີຈີຕອນ ຫວຽດນາມ (VDCA) ປຸກລະດົມລາຍການຄັດເລືອກລາງວັນ “ຫັນປ່ຽນສູ່ດີຈີຕອນ ຫວຽດນາມ - Vietnam Digital Awards” ປີ 2021 (VDA 2021).
ເຊີດຊູຜະລິດຕະພັນເຕັກໂນໂລຊີຫັນປ່ຽນສູ່ດີຈີຕອນ ຫວຽດນາມ - ảnh 1ສະມາຄົມສື່ສານດີຈີຕອນ ຫວຽດນາມ (VDCA) ປຸກລະດົມລາຍການຄັດເລືອກລາງວັນ “ຫັນປ່ຽນສູ່ດີຈີຕອນ ຫວຽດນາມ - Vietnam Digital Awards” ປີ 2021. ພາບ: BNEWS/TTXVN
   ລາງວັນແມ່ນເພື່ອແນໃສ່ເຊີດຊູຜົນງານການຫັນປ່ຽນສູ່ດີຈີຕອນດີເດັ່ນຂອງບັນດາສ່ວນບຸກຄົນ, ວິສາຫະກິດ, ອົງການສຳນັກງງານແຫ່ງລັດ ໄດ້ປະກອບສ່ວນສຳຄັນ ຊຸກຍູ້ກິດຈະການຫັນປ່ຽນສູ່ດີຈີຕອນແຫ່ງຊາດ. ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງຖະແຫຼງຂ່າວ ແລະ ສື່ສານ ກຳນົດປີ 2021 ແມ່ນປີລົງມືແກ້ໄຂບັນດາສິ່ງທ້າທາຍຂອງ ຫວຽດນາມ ດ້ວຍເຕັກໂນໂລຊີດີຈີຕອນ. ສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະມາຄົມ, ສະຫະສະມາຄົມ, ວິສາຫະກິດ ແລະ ສັງຄົມ ພ້ອມກັນຮ່ວມແຮງຮ່ວມໃຈເພື່ອກະທຳ, ຍູ້ແຮງການຫັນປ່ຽນສູ່ດີຈີຕອນ ຫວຽດນາມ. ລາງວັນ “ຫັນປ່ຽນສູ່ດີຈີຕອນ ຫວຽດນາມ” ຄັ້ງທີ 4 ລວມມີ 4 ລາຍການຄື: ຜະລິດຕະພັນ, ການບໍລິການ, ມາດຕະການຫັນປ່ຽນສູ່ດີຈີຕອນດີເດັ່ນ; ວິສາຫະກິດ, ຫົວໜ່ວຍພາລະກິດຫັນປ່ຽນສູ່ດີຈີຕອນດີເດັ່ນ; ອົງການສຳນັກງານແຫ່ງລັດຫັນປ່ຽນສູ່ດີຈີຕອນດີເດັ່ນ ແລະ ຜະລິດຕະພັນ, ມາດຕະການຮັດແຄບໄລຫ່າງດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ