ເຊື່ອມຕໍ່ສາຍການບິນໂດຍກົງ Narita (ປະເທດ ຍີ່ປຸ່ນ) - ດານັ້ງ

(VOVWORLD) - ຂະແໜງທ່ອງທ່ຽວນະຄອນ ດານັ້ງ ໄດ້ຕ້ອນຮັບ ບັນດາຜູ້ໂດຍສານ ຍີ່ປຸ່ນ ໃນຖ້ຽວບິນດັ່ງກ່າວດ້ວຍວາດຟ້ອນ Yosakoi ທີ່ເປັນມູນເຊື້ອຂອງຍີ່ປຸ່ນ ແລະ ລາຍການສະແດງດົນຕີທີ່ຟົດຟື້ນມ່ວນຊື່ນ
ເຊື່ອມຕໍ່ສາຍການບິນໂດຍກົງ Narita (ປະເທດ ຍີ່ປຸ່ນ) - ດານັ້ງ - ảnh 1ພິທີຕ້ອນຮັບແຂກທ່ອງທ່ຽວຈາກ ຈາກ Narita (ປະເທດ ຍີ່ປຸ່ນ)
(ພາບ:VOV)

ຕອນບ່າຍວັນທີ 26 ມີນາ, ຖ້ຽວບິນທຳອິດ VN319 ຈາກ Narita (ປະເທດ ຍີ່ປຸ່ນ) ທີ່ໂດຍສານແຂກ ຍີ່ປຸ່ນ 180 ຄົນໄດ້ຈອດລົງສະໜາມບິນສາກົນ ດານັ້ງ, ເຊື່ອມຕໍ່ສາຍການບິນໂດຍກົງ Narita (ປະເທດ ຍີ່ປຸ່ນ) - ດານັ້ງ ຢ່າງເປັນທາງການພາຍຫຼັງເວລາຖືກຢຸດສະຫງັກຍ້ອນໂລກລະບາດໂຄວິດ -19.

        ຂະແໜງທ່ອງທ່ຽວນະຄອນ ດານັ້ງ ໄດ້ຕ້ອນຮັບ ບັນດາຜູ້ໂດຍສານ ຍີ່ປຸ່ນ ໃນຖ້ຽວບິນດັ່ງກ່າວດ້ວຍວາດຟ້ອນ Yosakoi ທີ່ເປັນມູນເຊື້ອຂອງຍີ່ປຸ່ນ ແລະ ລາຍການສະແດງດົນຕີທີ່ຟົດຟື້ນມ່ວນຊື່ນ. ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ມອບປີ້ຖ້ຽວກັບສາຍ Narita (ປະເທດ ຍີ່ປຸ່ນ) - ດານັ້ງ ໃຫ້ແກ່ຜູ້ໂດຍສານ 3 ທ່ານທີ່ໂຊກດີໃນຖ້ຽວບິນນີ້.

        ໃນໄລຍະທຳອິດ, ແຕ່ວັນທີ 26 ມີນາ – 30 ມິຖຸນາ, ສາຍການບິນ Narita (ປະເທດ ຍີ່ປຸ່ນ) - ດານັ້ງ ໄດ້ຂຸດຄົ້ນ 4 ຖ້ຽວ/ອາທິດ ໃນວັນອັງຄານ, ວັນພຸດ, ວັນເສົາ ແລະ ວັດອາທິດ. ໄລຍະຕໍ່ໄປ, ແຕ່ວັນທີ 1 ກໍລະກົດ, ຈະເພີ່ມເປັນ 7 ຖ້ຽວ/ອາທິດ. ການເຊື່ອມຕໍ່ສາຍການບິນຈາກ Narita – ເຊິ່ງເປັນທ້ອງຖິ່ນທຳອິດຂອງ ຍີ່ປຸ່ນ ໄປຍັງ ດານັ້ງ ຄືນໃໝ່ ນັ້ນຈະປະກອບສ່ວນຕັ້ງໜ້າເຂົ້າໃນການດຶງດູດແຂກທ່ອງທ່ຽວ ຍີ່ປຸ່ນ ໄປຍັງ ດານັ້ງ ແລະ ກົງກັນຂ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ