ເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມແລະສ.ເກົາຫຼີ

ເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມແລະສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ​ ​​ ​ວັນ​ທີ 20/04 ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ວິ​ສາ​ຫະກິດ​ແຂວງ Gyeongnam (ສ.​ເກົາຫຼີ) ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ​ເພື່ອ​ໂຄສະນາ​ຜະລິດ​ຕະພັນ​ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ແຂວງ Gyeongnam (ສ.​ເກົາຫຼີ) ​ແລະ ວິ​ສາ​ຫະກິດ ຫວຽດນາມ. ທ່ານ Im Changho ປະທານ​ເມືອງ Hamyang ຫົວໜ້າ​ຄະນະ​ວິ​ສາ​ຫະກິດ​ແຂວງ Gyeongnam ​ໃຫ້​ຮູ້​ວ່າ: ລາຍການ​ພົບ​ປະ​ນີ້ ​ແມ່ນ​ບາດກ້າວ​ທຳ​ອິດ ​ເພື່ອ​ນຳ​ຜະລິດ​ຕະພັນ​ກະ​ເສດ​ຂອງ​​ແຂວງ​ເຂົ້າ ຫວຽດນາມ ພິ​ເສດ​ແມ່ນ​ບັນດາຜະລິດ​ຕະພັນ​ກະ​ເສດ​ສົດ, ນ້ຳ​ດື່ມ​ຈາ​ກໝາກ​ໄມ້…​ທ່ານ Im Changho ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ນຳ​ເຂົ້າ​ຕະຫລາດ ຫວຽດນາມ ບັນດາ​ຜະລິດ​ຕະພັນ​ທີ່​ມີ, ຄຸນ​ນະພາ​ບດ້ວຍ​ລາຄາ​ເໝາະ​ສົມ ພ້ອມ​ກັນ​ນັ້ນ ຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ​ໄປ​ຍັງ​ຕະຫລາດ​ໂລກ.

        ຕາມ​ທ່ານ ຮ່ວາ​ງວັນ​​ແອ​ງ ຮອງ​ຫົວໜ້າ​ຄະນະ​ສະມາ​ຊິກ​ ​ແລະ ກໍ່ສ້າງ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ແລ້ວ. ຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​​ເຊື່ອມ​ຕໍ່​​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທ​ດ, ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ອາດ​ຈະ​ໜູນ​ຊ່ວຍ​ບົດຮຽນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ຜະລິດ​ຕະພັນ​ກະ​ເສດ, ພ້ອມ​ກັນ​ຮ່ວມ​ມື​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ. VCCI ຈະ​ຕັ້ງໜ້າ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ແຊກ​ຊຶມ​ຕະຫລາດ ຫວຽດນາມ.


ຂ່າວ/ບົດ​ອື່ນ