ເທື່ອ​ທຽນ​ເຫ້ວ: ມີ​​ກ່​ວາ 10.000 ຄົນ​ເຂົ້າ​ຮ່ວມ​ການ​ແລ່ນ​ເພື່ອ​ສ​ຸ​ຂະ​ພາບ​ປະ​ຊາ​ຄົມ

(VOVWORLD) - ຜູ້ເຂົ້າຮ່ວມການແຂ່ງຂັນແຕ່ລະຄົນຈະປະກອບເງິນເປັນຈຳນວນ 2 USD ແລະ ຜູ້ມີອາຍຸນ້ອຍກ່ວາ 16 ປີໄດ້ເຂົ້າຮ່ວມໂດຍບໍ່ເສຍຄ່າ. 
ເທື່ອ​ທຽນ​ເຫ້ວ: ມີ​​ກ່​ວາ 10.000 ຄົນ​ເຂົ້າ​ຮ່ວມ​ການ​ແລ່ນ​ເພື່ອ​ສ​ຸ​ຂະ​ພາບ​ປະ​ຊາ​ຄົມ - ảnh 1ການແຂ່ງຂັນແລ່ນ "Hue Jogging 4 -  ພ້ອມກັນແລ່ນເພື່ອປະຊາຄົມ” (ພາບ: VOV)

ຕອນເຊົ້າວັນທີ 20 ສິງຫາ, ຢູ່ນະຄອນເຫວະ ມີກ່ວາ 10.000 ຄົນເຂົ້າຮ່ວມການແຂ່ງຂັນແລ່ນ “Hue Jogging 4 - ພ້ອມກັນແລ່ນເພື່ອປະຊາຄົມ” ດ້ວຍຫົວຂໍ້ “ຊ່ວຍເຫຼືອນ້ອງນ້ອຍໄປຮຽນ” ໂດຍນະຄອນເຫ້ວ, ແຂວງ ເທື່ອທຽນເຫ້ວ ຈັດຂຶ້ນ. ເຫດການເພື່ອແນໃສ່ແຜ່ຂະຫຍາຍສານທີ່ວ່າ ຮ່ວມແຮງຮ່ວມໃຈ ເພື່ອການດຳລົງຊີວິດປະຊາຄົມ, ຊ່ວຍເຫຼືອບັນດານ້ອງນ້ອຍທີີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ, ຂົນຂວາຍບັນດາແຫຼ່ງກຳລັງສະໜັບສະໜູນກອງທຶນເພື່ອຄົນທຸກຍາກເພື່ອມອບຂອງຂວັນໃຫ້ແກ່ນັກຮຽນເນື່ອງໃນໂອກາດໄຂສົກປີໃໝ່ 2023 – 2024.

ຜູ້ເຂົ້າຮ່ວມການແຂ່ງຂັນແຕ່ລະຄົນຈະປະກອບເງິນເປັນຈຳນວນ 2 USD ແລະ ຜູ້ມີອາຍຸນ້ອຍກ່ວາ 16 ປີໄດ້ເຂົ້າຮ່ວມໂດຍບໍ່ເສຍຄ່າ. ສ່ວນໜຶ່ງໃນຈຳນວນເງິນຂອງແຕ່ລະຄົນຈະໄດ້ໂອນເຂົ້າ “ກອງທຶນເພື່ອຄົນທຸກຍາກ” ເພື່ອມອບຂອບຂວັນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ