ເປີດການສາຍຮູບເງົາສະເຫຼີມສະຫຼອງ70ປີແຫ່ງວັນປະຕິວັດເດືອນສິງຫາແລະວັນສະຖາປະນາທີ2ກັນຍາ

ເປີດການສາຍຮູບເງົາສະເຫຼີມສະຫຼອງ70ປີແຫ່ງວັນປະຕິວັດເດືອນສິງຫາແລະວັນສະຖາປະນາທີ2ກັນຍາ - ảnh 1
(ພາບປະກອບ)

(vovworld) – ການສາຍ​ຮູ​ບ​ເງົາ​ສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ​ (19/08/1945 – 19/08/2015) ແລະ ​ວັນ​ສະຖາ​ປະ​ນາທີ 02​ ກັນ​ຍາ (02/09/1945 – 02/09/2015) ຖືກດຳ​ເນ​ີນ​ໄປ​ໃນຕ​ອນຄໍ່າ​ວັນ​ທີ 19/08, ຢູ່​ຮ່າ​ໂນ້ຍ. ຕາມ​ນັ້ນ​ແລ້ວ, ມີ​ຮູບ​ເງົາ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ ​ແລະ ການ​ປະຕິວັດ​ຂອງ​ຊາດ ຈະ​ຖືກ​ສາຍ​ເພື່ອ​ຮັບ​​ໃຊ້​ຜູ້ຊົມ​ທົ່ວ​ປະ​ເທດ​ໃນ​ໂອກາດ​ນີ້.

        ກ່າວ​ຄ​ຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ ຮີນ​ວິ້ງ​ອ໋າຍ ​ໃຫ້​ຮູ້​ວ່າ, ​ໃນ​ການ​ສາຍຮູບ​ເງົາ​ຄັ້ງ​ນີ້​ຈະ​ແກ່ຍາວ​ຮອດ​ວັນ​ທີ 05/09, ຢູ່​ຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ ສິລະ​ປະທີ່​ແທດ​ຈິງ ​ເພື່ອ​ສະ​ເຫຼີມສະຫຼອງບັນດາ​ວັນ​ບຸນ​ໃຫຍ່​ຂອງ​ຊາດ.

        “​ການ​ສາຍຮູ​ບ​ເງົາ​ຄັ້ງ​ນີ້, ມີ​ຮູບ​ເງົາ​ຫຼາຍ​ເລື່ອງ​​ກ່ຽວ​ກັບ​ປະຫວັດສາດ, ການ​ປະຕິວັດ, ປະທານ​​ໂຮ່ຈິ​ມິນ, ​ທີ່​ວາດ​ພາບ​ບັນດາ​ຕົວ​ລະ​ຄອນປະຫວັດສາດ​ທີ່​ເປັນ​ແບບຢ່າ​ງ​ໃນ​ພາລະກິດ​ປົດ​ປ່ອຍຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ບັນດາ​ຮູບ​ເງົາ​​ໄດ​້ຊ່ວຍ​ໃຫ້​ພວກ​ເຮົາ​ຫວນ​ຄື​ນຈຸດ​ເວລາ​ສະຖາປະນາ​​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕຫວຽດນາມ ​ແລະ ​ໄລຍະທາງ 70 ປີ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ