ເປີດສະຫຼອງຊາຍຄາລວມຂອງປະຊາຄົມຊາວຫວຽດນາມຢູ່ພາກເໜືອຂອງລາວ

ເປີດສະຫຼອງຊາຍຄາລວມຂອງປະຊາຄົມຊາວຫວຽດນາມຢູ່ພາກເໜືອຂອງລາວ - ảnh 1
ພິ​ທີ​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງສະ​ຖານ​ກົງ​ສູນ​ໃຫ​່ຍ​ຫວຽດ​ນາມ​ປະ​ຈຳແຂວງຫຼວງ​ພະ​ບາງ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 20/10 ຢູ່​ແຂວງຫຼວງ​ພະ​ບາງ ພາກ​ເໜືອ​ຂອງ​ລາວ, ສະ​ຖານ​ກົງ​ສູນ​ໃຫ​່ຍ​ຫວຽດ​ນາມ​ປະ​ຈຳແຂວງຫຼວງ​ພະ​ບາງ ​ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ສະຫຼອງ​ສຳ​ນັກ​ງານ, ເຮືອນ​ຢູ່​ຂອງ​ພະ​ນັກ​ງານ, ພາ​ລະ​ກອນ​ ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳຫຼວງ​ພະ​ບາງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ ທ່ານ ເຈິ່ນ​ວັນ​ຕ໋ວນ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໃຫ້​ຮູ້​ວ່າ: ໂຄງ​ການ “ສຳ​ນັກ​ງານ, ເຮືອນ​ຢູ່​ຂອງ​ພະ​ນັກ​ງານ, ພາ​ລະ​ກອນ​ ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳຫຼວງ​ພະ​ບາງ” ມີ​ເນື້ອ​ທີ່ກໍ່​ສ້າງ​ແມ່ນ 1.232 ຕາ​ແມັດ, ລວມ​ມີ ອາ​ຄານ​ເຮັດ​ວຽກ ແລະ ເຮືອນຮັບ​ແຂກ​ພົວ​ພັນ​ຕ່າງ​ປະ​ເທດ ດ້ວຍຍອດ​ມູນ​ຄ່າ​ການ​ກໍ່​ສ້າງ​ເກືອບ 3 ລ້ານໂດ​ລາ​ສະ​ຫະ​ລັດ. ພາຍຫຼັງ​ ​ດຳ​ເນີນການກໍ່​ສ້າງ​ມາ​ເປັນ​ເວ​ລາໜຶ່ງ​ປີ​ “ຊາຍ​ຄາ​ລວມ” ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ພ​າກ​ເໜືອ​ຂອງ​ລາ​ວ​​ໄດ້​ກໍ່​ສ້າງສຳ​ເລັດ, ​ປະ​ກອບ​ສ່ວນ​​ເພີ່ມ​ຄວາມ​ງາມ​​ໃຫ້ເມືອງ​ຫຼວງ​ພະ​ບາງ​ ​ນະ​ຄອນ​ແຫ່ງ​ການ​ທ່ອງ​ທ່ຽວ​ກວ່າ​ອີກ. ທ່ານ ເຈິ່ນ​ວັນ​ຕ໋ວນ ​ຢືນ​ຢັນ​ວ່າ ສຳ​ນັກ​ງານ​ໃໝ່​ຂອງ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ​ປະ​ຈຳຫຼວງ​ພະ​ບາງ ກ່ອນ​ອື່ນ​ໝົດ​ແມ່ນ​ໝາກ​ຜົນ​ຂອງ​ການ​ພົວ​ພັນ​ ສາ​ມັກ​ຄີ​ແບບ​ພິ​ເສດ, ຊື່​ສັດ​ບໍ​ລິ​ສຸດ, ໂປ່ງ​ໃສ ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ, ແມ່ນ​ປະ​ກົດ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງຫຼວງ​ພະ​ບາງ​ສຳ​ລັບ​ອົງ​ການ​ຕາງ​ໜ້າ​ສະ​ຖານ​ກົງ​ສູນ​ຫວຽດ​ນາມ​ປະ​ຈຳ​ພາກ​ເໜືອ​ຂອງ​ລາວ.


ຂ່າວ/ບົດ​ອື່ນ