ເປີດສະຫຼອງສູນອາວະກາດ ຫວຽດນາມ: ພັດທະນາວິທະຍາສາດເຕັກໂນໂລຢີຈັກກະວານອາວະກາດ
(VOVWORLD) - ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).
ບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງສູນອາວະກາດ ຫວຽດນາມ |
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີໄຂ “ເວທີປາໄສວິໄສທັດອາວະກາດ ຫວຽດນາມ - ຍີ່ປຸ່ນ ປີ 2026: ການຮ່ວມມືໃຫ້ແກ່ສັງກາດໃໝ່”. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ທິດນຳການເຄື່ອນໄຫວໃນໄລຍະຈະມາເຖິງຕ້ອງໄດ້ກຳນົດດ້ວຍຄຳຂວັນທີ່ວ່າ: “ຄົ້ນຫາຈັກກະວານ - ເປັນເຈົ້າຂອງເຕັກໂນໂລຢີ - ຮ່ວມມືຢ່າງແໜ້ນແຟ້ນ - ພັດທະນາແບບຍືນຍົງ - ອາວະກາດສັນຕິພາບ”. ທ່ານກ່າວວ່າ:
ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີໄຂ “ເວທີປາໄສວິໄສທັດອາວະກາດ ຫວຽດນາມ - ຍີ່ປຸ່ນ ປີ 2026 |
“ຕ້ອງຮີບເຮັ່ງສ້າງ ແລະ ຜັນຂະຫຍາຍບັນດາໂຄງການ, ແຜນຮ່າງໃຫຍ່ເພື່ອພັດທະນາວິທະຍາສາດເຕັກໂນໂລຢີອາວະກາດແຫ່ງຊາດ, ໃນນັ້ນ, ສຸມໃສ່ການຍົກສູງກຳລັງຄວາມສາມາດສັງເກດໜ່ວຍໂລກ, ພັດທະນາໂຄງລ່າງຂໍ້ມູນດາວທຽມເພື່ອນຳໃຊ້ຮ່ວມກັນ ແລະ ຍົກສູງກຳລັງຄວາມສາມາດໃນການວິເຄາະວິໄຈ, ຄາດຄະເນ, ຍົກອອກຄຳກ່າວເຕືອນ, ໜູນຊ່ວຍການບໍລິຫານຕາມເວລາຕົວຈິງ. ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ສືບຕໍ່ເຄື່ອນໄຫວສູນອາວະກາດ ຫວຽດນາມ ຢ່າງມີປະສິດທິຜົນ, ປອດໄພ ແລະ ຍືນຍົງ, ນຳສູນກາຍເປັນກຳລັງຫຼັກແຫຼ່ງແກ່ນສານຂອງວິທະຍາສາດ, ເຕັກໂນໂລຢີແຫ່ງຊາດໃນຂົງເຂດອາວະກາດຢ່າງແທ້ຈິງ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມສູນ |
ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເປັນພິເສດເຖິງການຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ລ້າຍຮວາ