ເປີດສະຫຼອງສະພາດຳເນີນທຸລະກິດຫວຽດນາມ-ອົດສະຕາລີຕາເວັນຕົກ

ເປີດສະຫຼອງສະພາດຳເນີນທຸລະກິດຫວຽດນາມ-ອົດສະຕາລີຕາເວັນຕົກ - ảnh 1
ທ່ານ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ເລ​ວຽດ​ຢ​ວຽນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ​ປະ​ຈຳ Perth)

(vovworld) – ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ເມືອງ​ເອກ Perth, ລັດ ອົດ​ສະ​ຕາ​ລີ ຕາ​ເວັນ​ຕົກ, ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ລັດ, ຫ້ອງ​ການ​ການ​ຄ້າ​ອຸດ​ສາ​ຫະ​ກຳ ລັດ, ຫາກໍ່​ສະ​ເໜີ​ຕົວ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ອົດ​ສ​ະ​ຕາ​ລີ ຕາ​ເວັນ​ຕົກ (WAVBC). ສະ​ພາ​ມີ​ບົດ​ບາດ​​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ໜູນ​ຊ່ວຍ​ການ​ແລກ​ປ່ຽນ ແລະ ສົ່ງ​ເສີມ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ເລ​ວຽດ​ຢ​ວຽນ ຫວັງ​ວ່າ: ດ້ວຍ​ການ​ກຳ​ເນີດ​ຂອງ WAVBC, ສະ​ພາ​ຈະ​ໜູນ​ຊ່ວຍ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່, ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​ກ່​ວາ​ອີກ, ພິ​ເສດ​ເມື່ອ ຫວຽດ​ນາມ ພວມ​ບື່ນ​ຕົວ​ຂຶ້ນຢ່າງ​ແຮງ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ພາກ​ພື້ນ ແລະ ສາ​ກົນ. ປະ​ທານ WAVBC Graeme Sheard ເນັ້​ນ​ໜັກ​ວ່າ: WAVBC ຈະ​ກໍ່​ສ້າງ​ແຜນ​ການ​ເຄື່ອນ​ໄຫວ, ຈັດ​ຕັ້ງ​ການ​ແລ​ກ​ປ່ຽນ, ເຊື່ອມ​ຕໍ່​ລ​ະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ​ເປັນ​ປະ​ຈຳ, ເປັນ​ຂົວ​ຕໍ່​ສົ່ງ​ເສີ​ມ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ພວມ​ໃນ​ທ່າ​ພັດ​ທະ​ນາ​ຢ່າງ​ແຮງ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຕ​າ​ເວັນ​ຕົກ.


ຂ່າວ/ບົດ​ອື່ນ