ເປັນຄັ້ງທຳອິດເຊີດຊູເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ

ເປັນຄັ້ງທຳອິດເຊີດຊູເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ - ảnh 1
ເປັນຄັ້ງທຳອິດເຊີດຊູເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ
(ພາບ: baodansinh)


(vovworld) - ຈາກ ​300 ກວ່າຜະລິດ​ຕະພັນ​ກະ​ເສດ, ຄະນະ​ຈັດ​ຕັ້ງ​ໄດ້​ສົມທົບກັບ 63 ​ແຂວງ, ນະຄອນ, ບັນດາ​ນັກວິທະຍາສາດ, ນັກ​ຊ່ຽວຊານ​ຫົວ​ໜ້າຂະ​ແໜງ​ກ່ຽວ​ກັບ​ກະສິກຳ​​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເລືອກ​ເຟັ້ນ 59 ​ເຄື່ອງໝາຍ​ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ເຄື່ອງໝາຍ​ການ​ຄ້າ​ທີ່​ລື​ຊື່. ທ່ານ ​ໂຮ່ຊວນ​ຮຸ່ງ, ປະທານ​ສະມາຄົມ​​ໃຫຍ່ກະສິກຳ​ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ​ໃຫ້​ຮູ້​ຄື​ດັ່ງກ່າວ ທີ່​ພິທີ​ເຊີດ​ຊູ “ເຄື່ອງໝາຍ​ການ​ຄ້າ​ຄຳ​ໃຫ້​ກະສິກຳ​ຫວຽດນາມ, ປີ 2015“ ​ໂດຍ ສະມາຄົມ​​ໃຫຍ່ກະສິກຳ​ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 1/11, ຢູ່​ຮ່າ​ໂນ້ຍ. ​ເຄື່ອງໝາຍ​ການ​ຄ້າ​ນີ້ ຈະ​ຊ່ວຍ​ຍົກ​ສູງ​ຄຸນຄ່າ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ​ ໃນ​ຕະຫຼາດ​ສາກົນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ປຸກລະດົມ​ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ ທີ່​ໄດ້​ຕັ້ງໜ້າ​ໜູນ​ຊ່ວຍ​ຊາວ​ກະສິກອນ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ, ຈຳໜ່າຍ​ຜະລິດ​ຕະພັນ​ຢ່າງ​ມີ​ປະສິດທິ​ຜົນ​ດ້ວຍ​ມູນ​ຄ່າ​ສູງ.

ຂ່າວ/ບົດ​ອື່ນ