ເປັນເຈົ້າການໃຫ້ຂ່າວໄວ ແລະ ຊັດເຈນເຖິງ ປະຊາຊົນ

ເປັນເຈົ້າການໃຫ້ຂ່າວໄວ ແລະ ຊັດເຈນເຖິງ ປະຊາຊົນ - ảnh 1

(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເຈືອງ​ມິ​ງຕ໋ວນ)


(vovworld) - ປີ 2015, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ໃນ​ບັນດາ​ຂົງ​ເຂດ​ສື່​ມວນ​ຊົນ, ການ​ພິມ​ຈຳໜ່າຍ, ​ໄປສະນີ, ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ສື່​ຂ່າວ… ພ້ອມ​ທັງ​ປັບປຸງ​ແຜນ​ຮ່າງ​ວາງ​ແຜນ​ພັດທະນາ​ສື່ສານ​​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເຈືອງ​ມິ​ງຕ໋ວນ, ​ໃຫ້​ຮູ້​ວ່າ:

​ໃນ​ແຜນ​ຮ່າງ​ວາງ​ແຜນ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ເຖິງ​ປີ 2025, ​ໄດ້​ເນັ້ນ​ໜັກ​ວ່າການພັດທະນາຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ​ທີ່​ດີ. ສື່ມວນ​ຊົນ​ຂອງ​ພວກ​ເຮົາ ​ແມ່ນ​ສື່​ມວນ​ຊົນ​ປະຕິວັດ, ສື່​ມວນ​ຊົນ​ຕ້ອງ​ແມ່ນ​ອົງການ​ກະບອກ​ສຽງ ​ແມ່ນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ, ​ໂຄສະນາບັນດາ​ບັນຫາ​ເຊິ່ງປະຊາຊົນ​ມີ​ຄວາມ​ສົນ​ໃຈ ​ແລະ ຍົກ​ອອກ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ​ເຖິງປະຊາຊົນ. ດັ່ງ​ນັ້ນ​ສື່​ມວນ​ຊົນ​ຕ້ອງ​ພາວະ​ວິ​ໄສ, ບໍລິສຸດ ​ແລະ ມີ​ລັກສະນະ​ສະດຸ​ງໄວອີກ.

ຂ່າວ/ບົດ​ອື່ນ