ເປົ້າໝາຍເຕີບໂຕGDP2017ໂດຍສະພາແຫ່ງຊາດວາງອອກບັນລຸໄດ້ຄວາມເຫັນດີເຫັນພ້ອມທາງສັງຄົມ

ເປົ້າໝາຍເຕີບໂຕGDP2017ໂດຍສະພາແຫ່ງຊາດວາງອອກບັນລຸໄດ້ຄວາມເຫັນດີເຫັນພ້ອມທາງສັງຄົມ - ảnh 1
(ພາບປະກອບ)

(vovworld) – ​ ​ໃນ​ວາລະ​ປະຊຸມ​ຕອນ​ບ່າຍ​ວັນ​ທີ 07/11, ສະພາ​ແຫ່ງ​ຊາດ​​ໄດ້ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2017. ໜຶ່ງ​ໃນ​ບັນດາ​ຕົວ​ເລກ​ຄາດໝາຍ​ສຳຄັນ ​ເຊິ່ງມະ​ຕິ​ວາງ​ອອກ​ແມ່ນ​ ລະດັບ​ເຕີບ​ໂຕ GDP ປະ​ມານ 6,7%. ​ອະ​ພິ​ປາຍ​ກ່ຽວ​ກັບ​ຕົວ​ເລກ​ຄາດໝາຍ​ນີ້ ຫົວໜ​້າກຳມາ​ທິການ​ເສດຖະກິດ​ສະພາ​​ແຫ່ງ​ຊາດ ຫວູຮົ່ງ​ແທງ ​ໃຫ້​ຮູ້​ວ່າ:

        “ປີ 2016 ລະດັບ​ເຕີບ​ໂຕ​ເສດຖະກິດ​ບໍ່​ບັນລຸ​ແຜນການ ທີ່​ໄດ້​ວາງ​ອອກໄພພິບັດ​ທຳ​ມະ​ຊາດ​ໄດ້, ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ​ແຕ່ວ່າ​ໃນ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດພັດ​ໄດ້​ຮັບ​ການ​ປັບປຸງ, ພ້ອມ​ກັນ​ນັ້ນນັບ​ແຕ່​ປີ 2017 ຫວຽດນາມ ຈະ​ເລີ່​ມປະຕິບັດ​ແຜນການ​ການ​ເງິນ, ​ແຜນການ​ລົງທຶນ​ພາກ​ລັດ, ​ແຜນການ​ສ​້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016 - 2020 ຄືນ​ໃໝ່​ຢ່າງຄົບ​ຊຸດ ​ມຸ່ງ​ໄປ​ເຖິງ​ການ​ປຸກລະດົ​ມ, ຈັດ​ແບ່ງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ໃຫ້​ແກ​່ການ​ພັດທະນາ​ເສດຖະກິດ - ສັງຄົມ ນັບມື້​ນັບມີ​ປະສິດທິ​ຜົນ. ດ້ວຍ​ເຫດ​ນັ້ນ ການ​ຮັກສາຄາດໝາຍ​ລະດັບ​ເຕີບ​ໂຕ GDP ປະມານ 6,7% ​ແມ່ນ​​ເພື່ອສູ້​ຊົນຢ່າ​ງຂ້ຽວຂາດ, ​ເພື່ອບັນລຸ​ລະດັບ​ສູງ​ສຸດ​ຕາມ​ມະຕິ​ແຜນການພັດທະນາ​ເສດຖະກິດ - ສັງຄົ​ມ 2016 2020 (ຕົວ​ເລກ​ຄາດໝາຍຍອດ​ຈຳ​ນວນຜະລິດຕະພັນ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ສະ​ເລ່ຍ 5 ປີ​ແມ່ນ 6,5 7%/ປີ )​”

ຂ່າວ/ບົດ​ອື່ນ