ເພີ່ມກຳລັງຄວາມສາມາດແກ່ງແຍ້ງສົ່ງອອກໄປຍັງບັນດາປະເທດອາຊຽນ

ເພີ່ມກຳລັງຄວາມສາມາດແກ່ງແຍ້ງສົ່ງອອກໄປຍັງບັນດາປະເທດອາຊຽນ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ“ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ
ສົ່ງ​ອອກ​​ໄປ​ຍັງ​ຕະຫລາດ​ບັນດາ​ປະ​ເທດ ອາ​ຊຽນ”
(ພາບ: TTXVN)

(vovworld) – “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງສົ່ງ​ອອກ​​ໄປ​ຍັງ​ຕະຫລາດ​ບັນດາ​ປະ​ເທດ ອາ​ຊຽນ” ​ແມ່ນ​ເນື້ອ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ກົ​ມສົ່ງ​ເສີມ​ການ​ຄ້າ​ສົມທົບ​ກັບ​ກົມ ອາຊີ - ປາຊີ​ຟິກ ກະຊວງ​ອຸດ​ສາ​ຫະກ​ຳ-ການ​ຄ້າ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 02/11 ຢູ່ ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ອັບ​ເດັດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ການ​ຄ້າ​ບັນດາ​ປະ​ເທດ ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຕະຮ່ວາງ​ລີງ ຮອງ​ຫົວໜ້າ​ກົມ​ສົ່ງ​ເສີມ​ດ້ານ​ການ​ຄ້າ ກະຊວງ​ອຸດ​ສາ​ຫະກ​ຳ-ການ​ຄ້າ ​ເນັ້ນ​ໜັກ​ວ່າ: ປີ 2015, ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພາຍຫລັງ​ການ​ກະກຽມ​ມາ​ເປັນ​ເວລາ​ກ່ວາ 10ປີ ດ້ວຍ​ຂອບ​ຂະໜາດ​ພົນລະ​ເມືອງ​​ກ່ວາ 600 ລ້ານ​ຄົນ​ຂອງ 10 ປະ​ເທດ ອາ​ຊຽນ ​​ແລະ ຍອດຈຳນວນ GDP ​ໃນ​ແຕ່ລະ​ປີ​ປະມານ 2000 ຕື້ USD. ປະຊາ​ຄົມ​ນີ້ ຈະ​ສ້າງ​ເຂດ​ເສດຖະກິດ​ມີ​ລັກສະນະ​ແກ່ງ​ແຍ້​ງສູງ ​ເຊື່ອ​ມ​ໂຍງ​ຢ່າງ​ຄົບ​ຖ້ວນ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໃນ​ທົ່ວ​ໂລກ. ພິ​ເສດ, AEC ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄາດໝາຍ​ຮັດ​ແຄບ​ຊ່ອງຫວ່າງ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ກໍ່​ແມ່ນ​ບັນ​ຫາ​ທີ່ ຫວຽດນາມ ​ເອົ​າ​ໃຈ​ໃສ່​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ