ເພີ່ມທະວີການຄວາມສັດຊື່ບໍລິສຸດໃນການດຳເນີນທຸລະກິດ

ເພີ່ມທະວີການຄວາມສັດຊື່ບໍລິສຸດໃນການດຳເນີນທຸລະກິດ - ảnh 1
ທີ່​ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: tuoitre.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 30 ຕຸລາ​ ຢູ່​ຮ່າ​​ໂນ້ຍ, ອົງການ​ກວດກາ​ລັດຖະບານ, ຫ້ອງການ​ການ​ຄ້າ​ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ສົມທົບ​ກັບ​ສະຖານທູດ​​ແຫ່ງ​ລາຊະ​ອານາຈັກ​ອັງກິດ ປະຈຳ​ຫວຽດນາມ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ, ຊຸກຍູ້​ຄວາມສັດຊື່ບໍລິສຸດໃນ​ການ​ດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ: ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໜຶ່ງ​ໃນ​ບັນຫາ​ທີ່​ໜ້າ​ວິຕົກ​ກັງວົນ ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ອຍ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ກໍ່​ຄວາມ​ຫຍຸ້ງຍາກ,                            ສຳລັບ​ວິ​ສາ​ຫະກິດ. ທ່ານ​ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ​ເຈີ​ນດຶກ​ເລື້ອງ ​ເນັ້ນ​ໜັກ​ວ່າ.

        “​ໃນ​ຕົວ​ຈິງ, ບັນດາ​ວິ​ສາ​ຫະກິດ​ໄດ້​ຮັບ​ຜົນສຳ​ເລັດ ລ້ວນ​ແຕ່​ມີ​ພື້ນຖານ​ການ​ບໍລິຫານທີ່​ມີ​ວິຊາ​ການ, ມີທິດ​ສະ​ດີປັດສະຍາ ​ແລະ ວັດທະນະທຳ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ​ໃນ​ນັ້ນຄວາມສັດຊື່ບໍລິສຸດໄດ້​ຮັບ​ຖື​ວ່າ​ແມ່ນ​​ແກ່ນສານ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຍາກ​ຊຸກຍູ້​ຄວາມສັດຊື່ບໍລິສຸດຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ, ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ອົງການ​ຄຸ້ມ​ຄອງ, ບັນດາ​ວິ​ສາ​ຫະກິດ ​ແລະ ຝ່າຍ​ທີ່​ກ່ຽວຂ້ອງພ້ອມ​ກັນ​ແລກປ່ຽນ ​ເພື່ອ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວກັບຄວາມຮັບ​ຮູ້. ນັ້ນ​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພ້ອມ​ກັນເຄື່ອນໄຫວ, ປະກອບສ່ວນ​ສ້າງ​​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະ​ເໝີ​ພາບ, ປອດໄພ, ປອດ​ການ​ສໍ້​ລາດ​ບັງ​ຫຼວງ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ”.

ຂ່າວ/ບົດ​ອື່ນ