ເພີ່ມທະວີການພົວພັນມິດຕະພາບແລະຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ-ບັງກະລາເທດ

ເພີ່ມທະວີການພົວພັນມິດຕະພາບແລະຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ-ບັງກະລາເທດ - ảnh 1
ພິທີຕ້ອນຮັບທ່ານປະທານາທິບໍດີປະ​ເທດ ບັງ​ກະລາ​ເທດ
Md. Abdul Hamid (ພາບ: vtv.vn)

(vovworld) - ປະທານາທິບໍດີ ບັງ​ກະລາ​ເທດ Md. Abdul Hamid ​ພ້ອມ​ດ້ວຍ​ພັນ​ລະ​ຍາ​​ໄດ້​ມາ​ຮອດ​ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ​ແຕ່​ວັນ​ທີ 9 – 13/8/2015 ຕາມ​ຄຳ​ເຊີ​ນຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ. ພິທີ​ຕ້ອນຮັບ ປະທານາທິບໍດີປະ​ເທດ ບັງ​ກະລາ​ເທດ Md. Abdul Hamid ພ້ອມ​ດ້ວຍ​ຄະນະ​ໄດ້​ຖື​ດຈັດ​ຂຶ້ນ​ຢູ່​ສຳນັກງານ​ປະທານ​ປະ​ເທດ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ ປະທານາທິບໍດີປະ​ເທດ ບັງ​ກະລາ​ເທດ Md. Abdul Hamid ​ພ້ອມ​ດ້ວຍ​ພັນ​ລະ​ຍາ​​ ​ແລະ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ສ້າງ​ທ່ວງທ່າ​ໃຫ້ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.

        ທີ່​ການ​ເຈ​ລະ​ຈາ​ພາຍຫລັງ​ພິທີ​ຕ້ອນຮັບ​ທ່ານ​ປະທານ​ ​ເຈືອງ​ເຕີ່ນ​ຊາງ ​ແລະ ທ່ານປະທານາທິບໍດີປະ​ເທດ ບັງ​ກະລາ​ເທດ Md. Abdul Hamid ໄດ້​ສະ​ແດງ​ຄວາມ​ພາກ​ພູມ​ໃຈຕໍ່ໜ້າ​ການພົວພັນ​ມິດຕະພາບ​ແລະ​ຮ່ວມ​ມື​ຫລາຍ​ດ້ານລະຫວ່າງ ​ຫວຽດນາມ - ບັງ​ກະລາ​ເທດ ​ໃນ​ໄລຍະ​ທີ່​ຜ່ານ​ມາ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ຂະຫຍາຍຕົວ. 2 ຝ່າຍ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວປະ​ແລກປ່ຽນຂັ້ນ​ສູງ. 2 ຝ່າຍ​ຍັງ​ແລກປ່ຽນ​ບົດຮຽນ ​ແລະ ການ​ພັດທະນາ​ເສດຖະກິດ, ​ແລກປ່ຽນ​ມາດ​ຕະການ​ທິດ​ທາງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ​ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ​​ ​ແລະ ສາກົນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກ​ອມມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ກໍ​ໄດ້​ໃຫ້ການ​ຕ້ອນຮັບທ່ານປະທານາທິບໍດີປະ​ເທດ ບັງ​ກະລາ​ເທດ Md. Abdul Hamid. ທ່ານເລຂາທິການ​ໃຫຍ່​ພັກ​ກ​ອມມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ກາ​ນພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ​ໃນ​ນັ້ນ​ມີ ບັງ​ກະລາ​ເທດ. ທ່ານເລຂາທິການ​ໃຫຍ່​ພັກ​ກ​ອມມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ກໍ​ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ​ກຳ​ອຳນາດ, ສະພາ​ແຫ່ງ​ຊາດ ​ແລະ ການ​ແລກປ່ຽນປະຊາຊົນ 2 ປ​ະ​ເທດ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ສ່ວນທ່ານປະທານາທິບໍດີ ບັງ​ກະລາ​ເທດ Md. Abdul Hamid ຢືນຢັນ​ຄວາມ​ຫວັງ​ຢາກ​ຊຸກຍູ​້ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ, ​ໃນ​ນັ້ນ ມີການ​ເພີ່ມ​ທະວີການ​ແລກປ່ຽນຄະນະ​ຜູ້​ແທນຂັ້ນ​ຕ່າງໆ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ. ທ່ານປະທານາທິບໍດີ ບັງ​ກະລາ​ເທດ Md. Abdul Hamid ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະວີ​ການ​ສະໜັບສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

        ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽນກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານປະທານາທິບໍດີ ບັງ​ກະລາ​ເທດ Md. Abdul Hamid ຢ່າງ​ສະໜິດສະໜົມ.

        ​ເນື່ອງ​ໃນ​ໂອກາດ​ນີ້, 2 ປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຊຶ່ງ​ໄດ້​ຊີ​ແຈ້ງ​ເຖິງ​ເລື່ອງ​ການ​ນຳ 2 ປະ​ເທດ​ມີ​ຄວາມ​ຫວັງຢາກ​ນຳ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        2 ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ທາ​ບທາມ, ​ແລກປ່ຽນ, ສົນທະນາກ່ຽວ​ກັບ​ນະ​ໂຍບາຍ, ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 3 ຄະນະ​ກຳມາ​ທິການ​ປະສົມ​ຂອງ 2 ປະ​ເທດ ​ແລະ ການ​ທາ​ບທາມ​ການ​ເມືອງ​ຄັ້ງ​ທີ 1 ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ. 2 ຝ່າຍ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນລຸ 1 ຕື້ USD ​ໃນ​ປີ 2016.



 

ຂ່າວ/ບົດ​ອື່ນ