ເພີ່ມທະວີການສົມທົບລະຫວ່າງເລຂາທິການໃຫຍ່ ແລະ ບັນດາຜູ້ຕາງໜ້າ ປະຈຳອາຊຽນ

ເພີ່ມທະວີການສົມທົບລະຫວ່າງເລຂາທິການໃຫຍ່ ແລະ ບັນດາຜູ້ຕາງໜ້າ ປະຈຳອາຊຽນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ກັບ​ຄະນະ​ກຳມະການ​ບັນດາ​ຜູ້​ຕາງໜ້າ​ປະຈຳ ອາ​ຊຽນ
(ພາບ: ຄະນະເລຂາ ອາຊຽນ)

(vovworld) - ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ຫາ​ກໍ່​ຈັດ​ກອງ​ປະຊຸມ​ກັບ​ຄະນະ​ກຳມະການ​ບັນດາ​ຜູ້​ຕາງໜ້າ​ປະຈຳ ອາ​ຊຽນ (ຫຼື​ CPR) ​ເມື່ອ​ວັນ​ທີ 6/2, ຢູ່​ສຳນັກງານ​ຄະນະ​ເລຂາ​ ອາ​ຊຽນ ຢູ່ນະຄອນຫຼວງ Jakata. ກອງ​ປະຊຸມ​ເພື່ອ​ແນ່​ໃສ່​ແລກປ່ຽນມາດ​ຕະການ​ຕ່າງໆ ​ເພື່ອ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຄະນະ​ເລຂາ ອາ​ຊຽນກ່ວາ​ອີກ, ຊ່ວຍ​ປະຕິບັດ​ບັນດາ​ຈຸດປະສົງ ​ແລະ ຄາດໝາຍ​ຂອງ​ສະຫະ​ສະມາຄົມ​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທ່ານ ​ເລ​ເລືອ​ງມິນ ​ແລ້ວ, ອາ​ຊຽນຕ້ອງ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ, ຮ່ວມ​ມື ​ແລະ ​ໃຫ້​ຂໍ້​ມູນ​ຂ່າວ​ລະຫວ່າງ​ຄະນະ​​ເລຂາ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ກໍ່​ຄື​ລະຫວ່າງ​ບັນດາ​ອົງການ​ຂອງ ອາ​ຊຽນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ 3 ​ແຜນການ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ລວມມີ​ປະຊາ​ຄົມ ການ​ເມືອງ ​ແລະ ຄວາ​ມໝັ້ນຄົງ​ (ຫຼື APSC), ປະຊາ​ຄົມ​ເສດຖະກິດ (ຫຼື AEC), ປະຊາ​ຄົມ​ວັດທະນະທຳ ​ແລະ ສັງຄົມ (ຫຼື ASCC) ​ໃນ​ປີ 2015. ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ  ​ແລະ CPR ຖື​ວ່າ: ບົດບາດ​​ໃຈກາງ​ຂອງ ອາ​ຊຽນ ​ແມ່ນ​ບັນຫາ​ສຳຄັນ​ໃນ​​ໂຄງການ​ດຳ​ເນີນ​ງານ​ຂອງ ອາ​ຊຽນ, ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ໃນ​ບັນດາ​ປະ​ເທດສະມາຊິກ​ ​ແລະ ລະຫວ່າງ​ບັນດາ​ປະ​​ເທດ​ສະມາຊິກ ອາ​ຊຽນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຕົ້ນ​ຕໍ. ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ແລະ CPR ກໍ່​ເຫັນ​ດີ​ເປັນ​ເອກ​ະພາບ​ຈັດ​ຕັ້ງ​ການ​ທາ​ບທຳ​ຄວາມ​ເຫັນ​ເປັນ​ປະຈຳ ​ເພື່ອ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ. CPR ​ໃຫ້​ຮູ້​ວ່າ: ຈະ​ສະໜັບສະໜູນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ໜູນ​ຊ່ວຍ​ເລຂາທິການ​ໃຫຍ່ ອາ​ຊຽນ ​ໃນ​ຕະຫຼອດ​ອາຍຸ​ການ 2013 – 2017.

ຂ່າວ/ບົດ​ອື່ນ