ເພີ່ມທະວີການຮັບມືຂອງຊາວອົບພະຍົບໃນວິວັດການເຊື່ອມໂຍງ

(VOVWORLD) - ການອົບພະຍົບແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ ຂອງວິວັດການການພັດທະນາ, ປະກອບສ່ວນເຂົ້າບັນດາຄຸນຄ່າອັນໃຫຍ່ຫຼວງ ໃຫ້ແກ່ການເຕີບໂຕເສດຖະກິດ ແລະ ພັດທະນາສັງຄົມ, ຊຸກຍູ້ການ ຖ່າຍທອດເຕັກໂນໂລຊີ...
ເພີ່ມທະວີການຮັບມືຂອງຊາວອົບພະຍົບໃນວິວັດການເຊື່ອມໂຍງ - ảnh 1ທ່ານຮອງສາດສະດາຈານ, ປ.ອ ເຈີ່ນກວາງຕຽນ
(ພາບ: hanoimoi.vn)

ນີ້ແມ່ນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງຢູ່ກອງປະຊຸມວິທະຍາສາດສາກົນ ດ້ວຍຫົວຂໍ້ວ່າ: “ອົບພະຍົບສາກົນ ແລະ ການເຊື່ອມໂຍງເຂົ້າກັບສັງຄົມ ແລະ. ການພັດທະນາກວມລວມ” ໄດ້ດຳເນີນໃນຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງສາດສະດາຈານ, ປ.ອ ເຈີ່ນກວາງຕຽນ, ຜູ້ອຳນວຍການສະຖາປັນແມ່ຍິງ ຫວຽດນາມ, ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການອົບພະຍົບຢູ່ ຫວຽດນາມ.

  “ຕາມຕົວເລກກ່ຽວກັບການອົບພະຍົບ, ຄິດສະເລ່ຍ, ຫວຽດນາມ ມີຈຳນວນ 110.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນແຕ່ລະປີ. ໃນນັ້ນ, ຈຳນວນຜູ້ໄປເຮັດວຽກຢູ່ຕ່າງປະເທດໃນແຕ່ລະປີກວມເອົາ 7-10% ຈຳນວນໜ້າວຽກທີ່ໄດ້ແກ້ໄຂໃຫ້ແກ່ຜູ້ອອກແຮງງານ. ການໄປອົບພະຍົບໄດ້ປະກອບສ່ວນສຳຄັນ ເຂົ້າໃນການຫາເງິນລ້ຽງຊີບຄອບຄົວ. ການໄປອົບພະຍົບກໍ່ປະກອບສ່ວນປ່ຽນແປງບົດບາດຍິງ - ຊາຍໃນ ຄອບຄົວ. ພິເສດແມ່ນຢູ່ ຫວຽດນາມ, ພ້ອມກັບການໄປອົບພະພົບສາກົນແລ້ວ ການໄປອົບພະຍົບ ຢູ່ພາຍໃນປະເທດກໍ່ມີການພັດທະນາທີ່ສຸດ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ນັກຊ່ຽວຊານ ຫວຽດນາມ, ສ.ເກົາຫຼີ, ໄທ ແລະ ຈີນ ໄດ້ສຸມໃສ່ປຶກສາຫາລືບາງເນື້ອໃນ, ຄື: ການອົບພະຍົບ ແລະ ບັນຫາຍິງ - ຊາຍ; ການອົບພະຍົບ ແລະ ເບິ່ງແຍງສຸຂະພາບ; ການອົບພະຍົບ ແລະ ການຊ່ວຍເຫຼືອສັງຄົມ; ບັນດາບັນຫາອື່ນໆກ່ຽວຂ້ອງເຖິງ ການອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ