ເພີ່ມທະວີການຮ່ວມມື, ນຳພື້ນຖານລັດຖະການ ອາຊຽນ ກ້າວຂຶ້ນຂ້າງໜ້າ

(VOVWORLD) -ທີ່ກອງປະຊຸມ, ຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວຂ້ອງເຖິງຂອບເຂດຄູ່ຮ່ວມມືຍຸດທະສາດ ACCSM ເຊິ່ງໄດ້ຮັບຮອງເອົາຊົ່ວຄາວທີ່ກອງປະຊຸມພະນັກງານຂັ້ນສູງ ACCSM ເມື່ອເດືອນ ມິຖຸນາ 2021.
ເພີ່ມທະວີການຮ່ວມມື, ນຳພື້ນຖານລັດຖະການ ອາຊຽນ ກ້າວຂຶ້ນຂ້າງໜ້າ - ảnh 1ກອງປະຊຸມຫົວໜ້າພື້ນຖານລັດຖະການ ອາຊຽນ
(ພາບ: TTXVN)

ກອງປະຊຸມຫົວໜ້າພື້ນຖານລັດຖະການ ອາຊຽນ (HEAD) ດ້ວຍຫົວຂໍ້ “ຫັນພື້ນຖານລັດຖະການເປັນທັນສະໄໝ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ຮັບມື” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ. ກອງປະຊຸມແມ່ນເຫດການສຳຄັນໃນຂອບເຂດກອງປະຊຸມຮ່ວມມື ອາຊຽນ ກ່ຽວກັບບັນດາບັນຫາລັດຖະການຄັ້ງທີ 21 (ACCSM), ໂດຍກະຊວງພາຍໃນ ຫວຽດນາມ ເປັນເຈົ້າພາບ ດ້ວຍບົດບາດປະທານໝູນວຽນ.

        ທີ່ກອງປະຊຸມ, ຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວຂ້ອງເຖິງຂອບເຂດຄູ່ຮ່ວມມືຍຸດທະສາດ ACCSM ເຊິ່ງໄດ້ຮັບຮອງເອົາຊົ່ວຄາວທີ່ກອງປະຊຸມພະນັກງານຂັ້ນສູງ ACCSM ເມື່ອເດືອນ ມິຖຸນາ 2021. ບັນດາປະເທດສະມາຊິກໄດ້ເປັນເອກະພາບຕໍ່ທັດສະນະກ່ຽວກັບວິທີເປີດກວ້າງການຮ່ວມມືຂອງ ACCSM ກັບບັນດາອົງການລົງເລິກຂະແໜງການອື່ນຂອງ ອາຊຽນ ແລະ ອົງການຢູ່ພາຍນອກ; ສະແດງການສະໜັບສະໜູນ ແລະ ປາດຖະໜາຢາກນຳໃຊ້ຂອບເຂດຢ່າງສຸດຂີດ, ໄດ້ຮັບຜົນປະໂຫຍດຫຼາຍຢ່າງ ແລະ ຮ່ຳຮຽນເອົາວິທີເຮັດທີ່ດີຈາກບັນດາພື້ນຖານລັດຖະການ.

        ໃນໂຄງການດຳເນີນງານ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຟ້າມທິແທັງຈ່າ, ປະທານ ACCSM 21, ຖະແຫຼງມອບສິດປະທານ ACCSM ຄັ້ງທີ 22 ໃຫ້ແກ່ Brunei Darussalam ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ