ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ອັງໂກລາ

(VOVWORLD) - ວັນທີ 07 ທັນວາ, ທ່ານ ເຈິ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງໂກລາ, ຕາມຄຳເຊີນຂອງພັກຂະບວນການປະຊາຊົນປົດປ່ອຍ ອັງໂກລາ (MPLA) ກຳອຳນາດ. 

ທີ່ບັນດາການພົບປະເຈລະຈາກັບທ່ານ ເຈິ່ນກວັກເວື້ອງ, ທ່ານເລຂາທິການໃຫຍ່ພັກ MPLA, Alvarode Boavida Neto, ທ່ານຮອງປະທານສະພາແຫ່ງຊາດ ອັງໂກລາ ຜູ້ທີ 1 Emilia Carlota Dias  ໄດ້ສະແດງຄວາມປາດຖະໜາຢາກທາບທາມບົດຮຽນການກໍ່ສ້າງ ແລະ ພັດທະນາປະເທດຊາດຂອງ ຫວຽດນາມ, ຮ່ຳຮຽນເອົາບົດຮຽນໃນການກໍ່ສ້າງພັກ, ການປ້ອງກັນຕ້ານການສໍ້ລາດບັງຫລວງ, ບຳລຸງສ້າງຖັນແຖວພະນັກງານທຸກຂັ້ນຂອງພັກກອມມູນິດ ຫວຽດນາມ; ສະເໜີເພີ່ມທະວີການຮ່ວມມືໃນທຸກຂົງເຂດຄື: ກະສິກຳ, ສາທາລະນະສຸກ, ການສຶກສາ - ບຳລຸງສ້າງ, ພະລັງງານ…ເນື່ອງໃນໂອກາດຢ້ຽມຢາມ, 2 ພັກໄດ້ລົງນາມໃນຂໍ້ຕົກລົງຮ່ວມມື. ນີ້ແມ່ນເຫດການສຳຄັນ ແລະ ມີຄວາມໝາຍ, ເປີດອອກໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງ 2 ພັກ, 2 ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ