ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ໂດມີນິກາ

(VOVWORLD) -2 ຝ່າຍໄດ້ເຫັນດີເປີດກວ້າງການຮ່ວມມືທັງດ້ານ 2 ຝ່າຍ ແລະ ຫຼາຍຝ່າຍ, ໃນນັ້ນມີເລື່ອງເພີ່ມທະວີການຮ່ວມມືຂອງ ຫວຽດນາມ ກັບບັນດາປະເທດໃນປະຊາຄົມບັນດາປະເທດເຂດ ກາຣີເບ
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ໂດມີນິກາ - ảnh 1ທີ່ການໂອ້ລົມສົນ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ຍາມໃດ ຫວຽດນາມ ກໍ່ຖືການພົວພັນກັບເຄືອຈັກກະພົບ ໂດມີນິກາ ເປັນສຳຄັນ ແລະ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຊອກຫາບັນດາຄວາມສາມາດ ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍ, ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ກະສິກຳ, ທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ, ກະຊວງອຸດສາຫະກຳການຄ້າ ແລະ ພະລັງງານ ໂດມີນິກາ Vince Henderson ໃນວັນທີ 20 ມີນາ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 18-22 ມີນາ.

        ສ່ວນທ່ານລັດຖະມົນຕີ Vince Henderson ຢືນຢັນວ່າ, ໂດມີນິກາ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ; ສະເໜີໃຫ້ ຫວຽດນາມ ແບ່ງປັນບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ; ປາດຖະໜາວ່າ 2 ຝ່າຍຈະຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ການຫາສິນໃນນ້ຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ.

        2 ຝ່າຍໄດ້ເຫັນດີເປີດກວ້າງການຮ່ວມມືທັງດ້ານ 2 ຝ່າຍ ແລະ ຫຼາຍຝ່າຍ, ໃນນັ້ນມີເລື່ອງເພີ່ມທະວີການຮ່ວມມືຂອງ ຫວຽດນາມ ກັບບັນດາປະເທດໃນປະຊາຄົມບັນດາປະເທດເຂດ ກາຣີເບ (CARICOM) ກໍ່ຄືການພົວພັນຮ່ວມມືລະຫວ່າງ ໂດມີນິນາ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ