ເພີ່ມທະວີການຮ່ວມມືຫວຽດນາມ-ນອກແວ

ເພີ່ມທະວີການຮ່ວມມືຫວຽດນາມ-ນອກແວ - ảnh 1
​ທ່ານ​ນາງ ​ເລ​ທິຕວຽດມາຍ ແລະ ທ່ານນາງ Tone Skogen
(ພາບ: DSQ)

(vovworld) -     ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື ຫວຽດນາມ - ນອກ​ແວ” ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Oslo, ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນອກ​ແວ ​ເລ​ທິຕວຽດມາຍ ສະ​ເໜີ​ຝ່າຍ ນອກ​ແວ ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຮຽກ​ຮ້ອງ​ບັນດາ​ວິ​ສາ​ຫະກິດ ນອກ​ແວ ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ. ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ​ເລ​ທິຕວຽດມາຍ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງການ​ລົງທຶນ, ​ດ​ຳ​ເນີນ​ທຸລະ​ກິດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ດຶງ​ດູດ FDI, ຊຸກຍູ້​ການ​ຫັນ​ການ​ຄ້າ​ເປັນ​ເສລີ, ປະກອບສ່ວນ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ປະຈຸ​ບັນລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນ​ດາ​ໜ້າ​ທີ່, ມາດ​ຕະການ​ລະອຽດ​ຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ (2016 - 2020) ​ເຊິ່ງ​ສະພາ​ແຫ່ງ​ຊາດຫາ​ກໍ່​ຮັບຮອງ​ເອົາ. ​ໃນ​ຂະນະ​ນັ້ນ , ທ່ານນາງ Tone Skogen ລັດຖະມົນຕີ​ຮັບຜິດຊອບ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ ປາດ​ຖະໜາ​ວ່າ: ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ ນອກ​ແວ ​ແລະ ຫວຽດນາມ. ທ່ານ​ນາງ Skogen ​ເນັ້ນ​ໜັກ​ວ່າ: ລັດຖະບານ ນອກ​ແວ ​ເອົາ​ໃຈ​ໃສ່​ເພີ່ມ​ທະວີການ​ຮ່ວມ​ມື​ກັບ ຫວຽດນາມ. 2 ​ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມມື 2 ຝ່າຍ, ກໍ່​ຄື​ຫລາຍ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ. ລັດຖະບານ ນອກ​ແວ ສືບ​ຕໍ່​ເອົາ​ໃນ​ໃສ່​ເປັນ​ພິ​ເສດ​ສ້າງ​ຄວາມ​ສະ​ດວກ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ນອກ​ແວ ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ