ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເນ​ປານ

(VOVWORLD) - ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Dhan Bahadur Oli, ເອກອັກຄະລັດຖະທູດບໍ່ປະຈຳການຂອງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ ປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານມາຍື່ນສານຕາຕັ້ງ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເນ​ປານ - ảnh 1ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Dhan Bahadur Oli, ເອກອັກຄະລັດຖະທູດບໍ່ປະຈຳການຂອງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ (ພາບ: ກະຊວງການຕ່າງປະເທດ)

ເມື່ອແລກປ່ຽນກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເລຮວ່າຍຈູງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ສະຫະສະມາຄົມຂອງສອງປະເທດ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ພິຈາລະນາການເຈລະຈາ, ລົງນາມໃນຂໍ້ຕົກລົງສຳຄັນສະບັບຕ່າງໆ ສ້າງກອບການຮ່ວມມືທີ່ມີສະຖຽນລະພາບ, ໃນນັ້ນ ມີຂໍ້ຕົກລົງທາງດ້ານການຄ້າ, ການລົງທຶນ; ສົ່ງເສີມບັນດາບໍລິສັດການບິນເປີດຖ້ຽວການບິນໂດຍກົງ ຫຼື ຖ້ຽວການບິນເຊື່ອມຕໍ່ທີ່ສະດວກລະຫວ່າງສອງປະເທດ… ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະ ລັດຖະບານ ເນປານ ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເນປານ ດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດຢ່າງສະດວກສະບາຍ.

        ສ່ວນທ່ານເອກອັກຄະລັດຖະທູດ Dhan Bahadur Oli  ເນັ້ນໜັກວ່າ ເນປານ ປາດຖະໜາຢາກຮຽນຮູ້ປະສົບການ ແລະ ຮູບແບບພັດທະນາເສດຖະກິດ, ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະສ້າງບັນດາແຜນການລະອຽດ ເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ເນປານ.

      

ຕອບກັບ

ຂ່າວ/ບົດ​ອື່ນ