ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ

(VOVWORLD) -ຢູ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນ 7 ຂົງເຂດຮ່ວມມື, ນັບແຕ່ກອງປະຊຸມຄັ້ງທີ 15 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນ ພະຈິກ ປີ 2021 ມາຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່.
ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ - ảnh 1ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ Tan See Leng ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳການຄ້າ ທັງເປັນ ລັດຖະມົນຕີຊັບພະຍາກອນມະນຸດ ສິງກະໂປ (ພາບ: TTXVN)

ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການເຊື່ອມຕໍ່ດ້ານເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 16 ໄດ້ຈັດຂຶ້ນໃນວັນທີ 2 ທັນວາ ຢູ່ສິງກະໂປ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ Tan See Leng ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳການຄ້າ ທັງເປັນ ລັດຖະມົນຕີຊັບພະຍາກອນມະນຸດ ສິງກະໂປ. 

ຢູ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນ 7 ຂົງເຂດຮ່ວມມື, ນັບແຕ່ກອງປະຊຸມຄັ້ງທີ 15 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນ ພະຈິກ ປີ 2021 ມາຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່, ປ່ຽນແປງໃໝ່ປະດິດຄິດສ້າງ ຄືການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ ໃນໄລຍະຜ່ານມາ. ຫວຽດນາມ ຢັ້ງຢືນວ່າ ບັນດາທັດສະນະ ແລະ ຄວາມສົນໃຈໃນການຮ່ວມມືທາງດ້ານເສດຖະກິດກັບ ສິງກະໂປ, ສະເໜີຝ່າຍສິງກະໂປ ມານະພະຍາຍາມສົມທົບກັນຜັນຂະຫຍາຍ, ປະຕິບັດຂໍ້ລິເລີ່ມໃໝ່ໃນຂອບເຂດສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ, ສົ່ງເສີມບັນດາວິສາຫະກິດ ສິງກະໂປ ຍົກອອກຂໍ້ສະເໜີການຮ່ວມມືໃໝ່ ແລະ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ.

        ພາຍລັງກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີ Tan See Leng ໄດ້ເປັນສັກຂີພິຍານ ພິທີເຊັນບົດບັນທຶກການຮ່ວມມືວ່າດ້ວຍການປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ ກັບ ກົມອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບໂອເຊອານີ (SEAO) ຂຶ້ນກັບກະຊວງການຄ້າ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ