ເພີ່ມທະວີການແລກປ່ຽນໃນຂົງເຂດຕຸລາການລະຫວ່າງຫວຽດນາມແລະອາເມລິກາ

ເພີ່ມທະວີການແລກປ່ຽນໃນຂົງເຂດຕຸລາການລະຫວ່າງຫວຽດນາມແລະອາເມລິກາ - ảnh 1
ເພີ່ມທະວີການແລກປ່ຽນໃນຂົງເຂດຕຸລາການ
ລະຫວ່າງຫວຽດນາມແລະອາເມລິກາ
(ພາບ: TTXVN)


​​(vovworld) - ທ່ານນາງ​ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ອາ​ເມ​ລິ​ກາ Ruth Bader Ginsburg ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ວັນ​ທີ 11/08, ​ໄດ້​ມີ​ການ​ພົບ​ປະກັບ​ສ່ື​ມວນ​ຊົນ​ຢູ່ຮ່າ​ໂນ້ຍ. ​​ເມື່ອເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພາຍຫຼັງ 20 ປີ​ແຫ່ງ​ວັນ​ສ້າງ​ກາ​ນພັວພັນ​ເປັນ​ປົກກະຕິ, ທ່ານ​ນາງ Ruth Bader Ginsburg ສະ​ແດງ​ຄວາມ​ຫວັງ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິກາ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນ​ຄົງ. ທ່ານ​ນາງ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ 09 ຈະ​ມາ​ເຖິງ, ຈະ​ມີ​ຜູ້​ພິພາກສາ​ຂອງ​ສານ​ສະຫະລັດ​ອາ​ເມ​ລິ​ກາ ບາງທ່ານ ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ​ເພື່ອ​ແນ​ໃສ່​ເພີ່ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ໃນ​ຂົງ​ເຂດຕຸລາການ​ລະຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ