ເພີ່ມທະວີການໂຄສະນາຜະລິດຕະພັນກະເສດປອດໄພຂອງຫວຽດນາມໄປສູ່ໂລກ

ເພີ່ມທະວີການໂຄສະນາຜະລິດຕະພັນກະເສດປອດໄພຂອງຫວຽດນາມໄປສູ່ໂລກ - ảnh 1
ງານ​ຕະຫລາດນັດການ​ວາງສະ​ແດງ
​ກະສິກຳ​ສາກົນ​ຄັ້ງ​ທີ 6 AgroViet 2016

(vovworld) – ​    ຕອນ​ເຊົ້າ​ວັນ​ທີ 11/11 ງານ​ຕະຫລາດນັດການ​ວາງສະ​ແດງ​ກະສິກຳ​ສາກົນ​ຄັ້ງ​ທີ 6 AgroViet 2016 ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ “ຜະລິດ​ຕະພັນ​ກະ​ເສດ​ຮັບປະກັນ​ຄຸນ​ນະພາ​ບ, ສຸຂະ​ອະນາ​ໄມ​ດ້ານ​ອາຫານ​”. ກ່າວ​ຄຳ​ເຫັນ​ໄຂ​ງານ​ຕະຫລາດນັດ ທ່ານ ​ເລກ​ວກຢວັນ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຊີ້​ແຈ້ງວ່າ:

        “ງານ​ຕະຫລາດນັດ​ໄດ້​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ປະຕິບັດຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ການ​ເພີ່ມ​ທະວີຄວາມ​ຮັບຜິດຊອບ​ຂອງ​ລັດ​ກ່ຽວ​ກັບຄວາມ​ປອດ​ໄພ​ສຸຂະ​ອະນາ​ໄມ​ດ້ານ​ອາຫານ, ພ້ອມ​ທັງ ​ເປີດກ້ວາງ​ການຊອກ​ຫາຕະຫລາດຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ​ເປັນ​ປົກກະຕິ ມີ​ຄຸນຄ່າ​ສູງ ລວມມີ​ຕະຫລາດ​ສົ່ງ​ອອກ ​ແລະ ຕະຫລາດບໍລິ​ໂພ​ກຢູ່ພາຍ​ໃນ​ປະ​ເທດ, ຫັນ​ແຜນການ​ດຳ​ເນີນງານ “ປີ​ປອດ​ໄພ​ສຸຂະ​ອະນາ​ໄມ​ດ້ານ​ອາຫານ” ​ໃຫ້​ປະກົດ​ຜົນ​ເປັນ​ຈິງຊຸກຍູ້​ກະສິກຳ ຜ່ານ​ຜ່າຄວາມ​ຫຍຸ້ງຍາກ ​ແລະ ຟື້ນ​ຟູ​ການພັດທະນາ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ເຊື່ອ​ໝັ້ນ​ວ່າ ງານ​ຕະຫລາດນັດ ​ແມ່ນ​ໂອກາດ​ຊ່ວຍ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ໂຄສະນາ​ເຜີຍ​ແຜ່​ຜະລິດ​ຕະພັນ​ກະ​ເສດ, ສ້າງ​ຂົວ​ຕໍ່​ການ​ຜະລິດ ​ແລະ ການຈຳໜ່າຍ ປະກອບສ່ວນ​ຍົກ​ສູງ​ເຄື່ອງໝາຍ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.​”

 

ຂ່າວ/ບົດ​ອື່ນ