ເພີ່ມທະວີການໂຄສະນາພາບພົດຂອງ ອາຊຽນ ກັບບັນດາອົງການຈັດຕັ້ງສາກົນ ແລະ ອຳນາດການປົກຄອງ ໂອຕາລິດ

(VOVWORLD) - ບັນດາການເຄື່ອນໄຫວໄດ້ປະກອບສ່ວນຍົກສູງພາບພົດ, ລັກສະນະ “ຕົວຕົນ” ຂອງບັນດາປະເທດ ອາຊຽນ ເຖິງປະຊາຊົນປະເທດປະຈຳຖິ່ນ.
ເພີ່ມທະວີການໂຄສະນາພາບພົດຂອງ ອາຊຽນ ກັບບັນດາອົງການຈັດຕັ້ງສາກົນ ແລະ ອຳນາດການປົກຄອງ ໂອຕາລິດ - ảnh 1(ບັນດາທ່ານເອກອັກຄະລັດຖະທູດ)

        ວັນທີ 25 ມັງກອນ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ໄດ້ຈັດວາລະປະຊຸມສາມັນຂອງຄະນະກຳມະການ ອາຊຽນ ປະຈຳ ວຽນ (AVC).

        ທີ່ກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ທົບທວນຄືນການເຄື່ອນໄຫວໃນໄລຍະຜ່ານມາ, ໂດຍຢືນຢັນວ່າ, ບັນດາການເຄື່ອນໄຫວໄດ້ປະກອບສ່ວນຍົກສູງພາບພົດ, ລັກສະນະ “ຕົວຕົນ” ຂອງບັນດາປະເທດ ອາຊຽນ ເຖິງປະຊາຊົນປະເທດປະຈຳຖິ່ນ. ບັນດາທ່ານເອກອັກຄະລັດຖະທູດຖືວ່າ, ຕ້ອງສືບຕໍ່ຮັກສາ ແລະ ເພີ່ມເຕີມວິທີການເຄື່ອນໄຫວອື່ນໃນໄລຍະຈະມາເຖິງ. ພິເສດ, ບັນດາເອກອັກຄະລັດຖະທູດ ອາຊຽນ ລ້ວນແຕ່ເຫັນດີຕ້ອງເພີ່ມທະວີບັນດາບົດກ່າວຄຳເຫັນລວມຂອງກຸ່ມຢູ່ເວທີປາໄສຈຳນວນໜຶ່ງ ຫຼື ບັນຫາບັນດາປະເທດແບ່ງປັນຜົນປະໂຫຍດລວມ, ຜ່ານນັ້ນ, ກໍ່ຮັບປະກັນວິວັດການແນະນຳ, ໂຄສະນາພາບພົດຂອງບັນດາປະເທດສະມາຊິກເວົ້າສະເພາະ, ກຸ່ມ ອາຊຽນ ເວົ້າລວມ ໃຫ້ດຸ່ນດ່ຽງ, ປະສົມກົມກຽວລະຫວ່າງຂົງເຂດວັດທະນະທຳ, ການເມືອງ, ການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ