ເພີ່ມທະວີນ້ຳໃຈມິດ ຕະພາບຫວຽດນາມ-ຈີນ ຜ່ານການເຄື່ອນໄຫວ ພົບປະແລກປ່ຽນຊາວໜຸ່ມ

ເພີ່ມທະວີນ້ຳໃຈມິດ ຕະພາບຫວຽດນາມ-ຈີນ ຜ່ານການເຄື່ອນໄຫວ ພົບປະແລກປ່ຽນຊາວໜຸ່ມ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ແລະ ທ່ານ​ຮອງ​ປະທານ​ປະ​ເທດ ຈີນ ຫຼີ​ແຢ໋ວນ​ຈາວ
(ພາບ:
VTV Online)

(vovworld) – ​ແຜນ​ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ​ຂອງ​ຫວຽດນາມ ​ແມ່ນ​ຖື​ເປັນສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ກັບ ຈີນ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​​ໃນ​ນະ​ໂຍບາຍພົວພັນ​ກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ປະ​ເທດ ຈີນ ຫຼີ​ແຢ໋ວນ​ຈາວ ​ໃນ​ຕອນ​ບ່າຍ​ວັນ​ທີ 25/11. ຢູ່​ແຂວງ​ກວາງສີ, ປະ​ເທດ ຈີນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ຫົວໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ຊາວ​ໜຸ່ມ ຫວຽດນາມ - ຈີນ ຄັ້ງ​ທີ 2, ຖື​ວ່າ ການ​ພົວພັນ​ຮ່ວມ​ມື ​ແລະ ງານ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ ຫວຽດນາມ - ຈີນແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ປະຊາຊົນ 2 ປະ​ເທດ. ຈາກ​ນັ້ນ, ປະກອບສ່ວນ​ເພີ່ມ​ທະວີ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ. ສ່ວນ​ທ່ານ​ຮອງ​ປະທານ​ປະ​ເທດ ຫຼີ​ແຢ໋ວນ​ຈາວ ຢືນຢັນ​ງານ​ມະ​ໂຫລານ​ຊາວ​ໜຸ່ມ ຈີນ - ຫວຽດນາມ ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຊາວ​ໜຸ່ມ 2 ປະ​ເທດ​ສືບ​ຕໍ່​ສືບ​ທອດ, ປະກອບ​ສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ ຈີນ - ຫວຽດນາມ, ຮຽງ​ບ່າ​ຮຽງ​ໄຫຼ່​​ສ້າງ​ອະນາຄົດ​ອັນ​ສົດ​ໃສ​ໃຫ້​ແກ່ 2 ຊາດ.

        ​ໃນ​ຂອບ​ເຂດງານ​ມະ​ໂຫລານ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ຄັ້ງ​ທີ 2, ວັນ​ທີ 25/11, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ວາງ​ພວງມາລາ, ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ຂອງ​ປະທານ ​ໂຮ່ຈີ​ມິນ ຢູ່​ນະຄອນ ຫຼຽວ​ເຈົາ, ​ແຂວງ ກວາງ​ສີ, ປະ​ເທດ​ຈີນ. ຄະນະ​ຍັງ​ໄດ້​ດຳ​ເນີນ​ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ຕ່າງ​ໆ​ກັບ​ຊາວ​ໜຸ່ມ​​ແຂວງ​ກວາງ​ສີ…

ຂ່າວ/ບົດ​ອື່ນ