ເຢຍລະມັນ: ບັນດາພັກຝ່າຍປະກາດພາກສ່ວນຄະນະລັດຖະບານໃໝ່

(VOVWORLD) - ວັນທີ 09 ມີນາ, ພັກປະຊາທິປະໄຕສັງຄົມ ເຢຍລະມັນ (SPD) ໄດ້ປະກາດບັນຊີລາຍຊື່ສະເໜີລັດຖະມົນຕີ 6 ທ່ານທີ່ສັງກັດພັກນີ້ ເຂົ້າຮ່ວມຄະນະລັດຖະບານຂອງລັດຖະບານມະຫາສຳພັນທະມິດໃໝ່ ພາຍໃຕ້ການຊີ້ນຳນຳພາຂອງທ່ານນາງນາຍົກລັດຖະມົນຕີ Angela Merkel.
ເຢຍລະມັນ: ບັນດາພັກຝ່າຍປະກາດພາກສ່ວນຄະນະລັດຖະບານໃໝ່ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Merkel (ພາບ: THX/TTXVN)

 ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Olaf Scholz ປະທານພັກຊົ່ວຄາວ SPD ແລະ ທ່ານນາງ Andrea Nahles ຜູ້ນຳໜ້າກຸ່ມສະມາຊິກລັດຖະສະພາພັກ SPD ໃນສະພາແຫ່ງຊາດສະຫະພັນໃຫ້ຮູ້ວ່າ: ບັນຊີລາຍຊື່ສະເໜີນີ້ ລວມມີ: ລັດຖະມົນຕີການເງິນ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງແຮງງານ ແລະ ສັງຄົມ; ລັດຖະມົນຕີກະຊວງຍຸຕິທຳ, ລັດຖະມົນຕີກະຊວງສິ່ງແວດລ້ອມ. ໃນຂະນະນັ້ນ, ທ່ານ Olaf Scholz ອາຍຸ 59 ປີ ຜູ້ທີ່ຍາມໃດກໍ່ສະໜັບສະໜູນວິວັດທະນາການເຊື່ອມໂຍງເຂົ້າກັບເອີຣົບ ຈະຄວບຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ເຢຍລະມັນ ໃນລັດຖະບານສຳພັນທະມິດໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ