ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ
(VOVWORLD) - ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດໃຫ້ແກ່ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV) |
ຕອນເຊົ້າວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ໂຕເລິມພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສາຖາປະນາປະເທດ ສປປ.ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມການພົບປະຂັ້ນສູງ ລະຫວ່າງພັກກອມມູນິດ ຫວຽນດາມ ແລະ ພັກປະຊາຊົນປະຕິວັດລາວ.
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດໃຫ້ແກ່ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ແລະກໍ່ໃນຕອນບ່າຍວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ມອງລຸນສີສຸລິດ ໄດ້ເປັນປະທານພິທີປະດັບຫຼຽນຄຳ ແຫ່ງຊາດ ໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ.