ເລ​ຂາ​ທິກ​ານ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊ​າດ ກ່າວ​ເຕືອນ​ບໍ່​​ປະໃຫ້​ ​ການ​ສູ້​ຢັນ​ກັນ​ຂະ​ໜາດໃຫຍ່ ເກີດ​ຂຶ້ນ ຢູ່ ເຂດອ່າວ Oman

(VOVWORLD) -ຕອນເຊົ້າວັນທີ 13 ມິຖຸນາ, ເຫດບຸກໂຈມຕີໄດ້ເກີດຂຶ້ນກັບກ່ຳປັ່ນ Front Altair ຂອງບໍລິສັດກ່ຳປັ່ນທະເລ Frontline ຂອງນອກແວ, ແລະ ກ່ຳປັ່ນ Kokuka Courageous ໂດຍ ບໍລິສັດ Kokuka Sangyo ຊຶ່ງມີສຳນັກງານຕັ້ງຢູ່ ໂຕກຽວ ເຄື່ອນໄຫວ.
ເລ​ຂາ​ທິກ​ານ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊ​າດ ກ່າວ​ເຕືອນ​ບໍ່​​ປະໃຫ້​ ​ການ​ສູ້​ຢັນ​ກັນ​ຂະ​ໜາດໃຫຍ່ ເກີດ​ຂຶ້ນ ຢູ່ ເຂດອ່າວ Oman - ảnh 1ກ່ຳປັ່ນຂົນສົ່ງນ້ຳມັນ Kokuka Courageous (ພາບ: REUTERS/TTXVN) 

        ວັນທີ 13 ມິຖຸນາ, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້  ກ່າວປະນາມຢ່າງຮູນແຮງ ການບຸກໂຈມຕີກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳ ຂອງ ນອກແວ ແລະ ຍີ່ປຸ່ນ ຢູ່ ເຂດອ່າວ Oman, ພ້ອມທັງກ່າວເຕືອນວ່າ ໂລກຈະບໍ່ປະໃຫ້ ການສູ້ຢັນກັນຂະໜາດໃຫຍ່ເກີດຂຶ້ນ ຢູ່ເຂດອ່າວ Oman. ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຮ່ວມມືລະຫວ່າງ ສປຊ ກັບ ສະຫະລັດອາຣັບເອມີເລດ, ທ່ານ Antonio Guterres ເວົ້າວ່າ “ຂ້າພະເຈົ້າກ່າວປະນາມຢ່າງແຮງບໍ່ວ່າການບຸກໂຈມຕີໃດທີ່ເລັ່ງໃສ່ກ່ຳປັ່ນພົນລະເຮືອນ. ຕ້ອງຊອກຮູ້ຄວາມຈິງ ແລະ ເຮັດແຈ້ງຄວາມຮັບຜິດຊອບກ່ຽວກັບການບຸກໂຈມຕີດັ່ງກ່າວ”. ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສະຫະລັດ ອາຣັບ ເອມີເລດໃຫ້ຮູ້ວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຕ້ອງມີການກະທຳພາຍຫຼັງເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງປະກາດວ່າ: ບາງປະເທດໃນພາກພື້ນ ພວມສືບສວນເພື່ອເຮັດແຈ້ງເຫດນບຸກໂຈມຕີດັ່ງກ່າວ.

        ຕອນເຊົ້າວັນທີ 13 ມິຖຸນາ, ເຫດການດັ່ງກ່າວໄດ້ເກີດຂຶ້ນກັບກ່ຳປັ່ນ Front Altair ຂອງບໍລິສັດກ່ຳປັ່ນທະເລ Frontline ຂອງນອກແວ, ແລະ ກ່ຳປັ່ນ Kokuka Courageous ໂດຍ ບໍລິສັດ Kokuka Sangyo ຊຶ່ງມີສຳນັກງານຕັ້ງຢູ່ ໂຕກຽວ ເຄື່ອນໄຫວ. ຕາມຂໍ້ມູນເບື້ອງຕົ້ນແລ້ວ, ກ່ຳປັ່ນສອງລຳດັ່ງກ່າວອາດຈະຖືກບຸກໂຈມຕີດ້ວຍຈະຫຼວດໃຕ້ນ້ຳ ຫຼື ໝາກມິນນຳໃຊ້ຄຶ້ນແມ່ເຫຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ