ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໃນ​ລະ​ບົບ​ຜ​ະ​ລິດ​ທົ່ວ​ໂລກ

(VOVWORLD) - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບສາຍພົວພັນດ້ານການຄ້າສາກົນ ແລະ ການເຊື່ອມຕໍ່ການຄ້າກັບຄູ່ຮ່ວມມືສຳຄັນໃນສະພາບພູມີສາດ - ການເມືອງ, ພູມີສາດ - ເສດຖະກິດໂລກໃນປັດຈຸບັນ.
ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໃນ​ລະ​ບົບ​ຜ​ະ​ລິດ​ທົ່ວ​ໂລກ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ

 ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຕ້ອງມີຍຸດທະສາດລະອຽດ ເພື່ອແນໃສ່ສ້າງໂຄງປະກອບພື້ນຖານເສດຖະກິດ, ສ້າງຄວາມດຸ່ນດ່ຽງດຸນການຄ້າເທື່ອລະກ້າວ ແຕ່ຍັງຄົງຮັບປະກັນເປົ້າໝາຍເຕີບໂຕເສດຖະກິດ; ຕິດພັນການຄ້າກັບການຍົກລະດັບອຸດສາຫະກຳ, ເຄື່ອງອຸປະກອນ, ການລົງທຶນຄຸນນະພາບສູງຕິດພັນກັບຄຳຮຽກຮ້ອງຕ້ອງການສູງກ່ຽວກັບອັດຕາຫັນເປັນພາຍໃນ, ຖ່າຍທອດເຕັກໂນໂລຢີ, ຍົກສູງທີ່ຕັ້ງວິສາຫະກິດໃນລະບົບຜະລິດທົ່ວໂລກ.

        ທ່ານເລຂາທິການໃຫຍ່ ໂຕເລິມ ກໍສະເໜີໃຫ້ຄະນະປະຈຳຄະນະພັກລັດຖະບານສຸມແຫຼ່ງກຳລັງຄົ້ນຄວ້າຜັນຂະຫຍາຍບາງກຳນົດທິດໃນໄລຍະຈະມາເຖິງ, ເຊັ່ນ: ເພີ່ມຄວາມໄວຂອງການສົ່ງອອກແບບຍືນຍົງ, ຍົກສູງກຳລັງຄວາມສາມາດຜະລິດພາຍໃນປະເທດ ແລະ ຫັນຕະຫຼາດນຳເຂົ້າສົ່ງອອກເປັນຫຼາຍຮູບຫຼາຍແບບ….

 

ຕອບກັບ

ຂ່າວ/ບົດ​ອື່ນ