ເລີ່ມຕົ້ນ “ເດືອນທ່ອງ ທ່ຽວມໍລະດົກ ເຫ້ວ”

ເລີ່ມຕົ້ນ “ເດືອນທ່ອງ ທ່ຽວມໍລະດົກ ເຫ້ວ” - ảnh 1
ກຸ້ງເກົ່າ ​ເຫ້ວ
(ພາບປະກອບ)

(vovworld) – ວັນ​ທີ 2/9, ຢູ່​ນະຄອນ ​ເຫ້ວ, ສູນ​ອະນຸລັກ​ຮັກສາ​ປູຊະນີຍະສະຖານກຸ້ງເກົ່າ ​ເຫ້ວ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ຖ່າຍ ມໍລະດົກ ​ເຫ້ວ ທີ່​​ໃນ​ເມື່ອ​ກ່ອນ ​ແລະ ປະຈຸ​ບັນ. ງານ​ວາງສະ​ແດງ​ດ້ວຍ​ປ້າຍ​ໂຄສະນາ (poster) 34 ​ແຜ່ນ, ​ໄດ​ເນຳ​ມາ​ໃຫ້​ຜູ້​ຊົມ​ບັນດາ​ຄວາມ​ນຶກ​ຄິດ​ກ່ຽວ​ກັບ​ມໍລະດົກ ​ເຫ້ວ ຈາກ​ອະນຸສອນ​ໃນ​ເມື່ອ​ກ່ອນ ​ແລະ ຄວາມ​ຈິງ​ໃນ​ປະຈຸ​ບັນ, ຄວາມ​ມານະ​ພະຍາຍາມ​ຢ່າງ​ມະຫັດສະຈັນ​ຂອງ​ມະນຸດ, ທີ່​ໄດ້ຟື້ນ​ຟຸ ​ແລະ ອະນຸລັກ​ຮັກສາ​ປູຊະນີຍະສະຖານ ​ເຫ້ວຢ່າງ​ໝັ້ນຄົງ​ເທື່ອ​ລະ​ກ້າວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້ “​ເດືອນ​ທ່ອງ​ທ່ຽວ​ມໍລະດົກ ​ເຫ້ວ” ​ໂດຍ​ສູນ​ອະນຸລັກ​ຮັກສາ​ປູຊະນີຍະສະຖານກຸ້ງເກົ່າ​ ​ເຫ້ວ ຜັນ​ຂະ​ຫຍາ​ຍ​ແຕ່​ວັນ​ທີ 2 – 30/9. ​ໃນ​ໄລຍະ​ເວລາ​ນີ້, ສູນ​ດັ່ງກ່າວ​ຈະ​​ຫລຸ​ດລາຄາ ຫຼື ຍົກ​ເວັ້ນ​ຄ່າປີ້ໃຫ້​ແຂກ​ເຂົ້າ​ຮ່ວ​ມການ​ເຄື່ອນ​ໄຫວ​ບໍລິການ​ຕ່າງໆ​ໃນ​ເຂດ​ພະລາດ​ຊະ​ວັນ ​ເຫ້ວ​.

ຂ່າວ/ບົດ​ອື່ນ