ເລືອກເຟັ້ນຂົງເຂດບຸລິມະສິດໃນການເຊື່ອມໂຍງເສດຖະກິດສາກົນເພື່ອສ້າງພື້ນຖານເສດຖະກິດສີຂຽວ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ວຽກງານການເຊື່ອມໂຍງຄວນກຳນົດບັນດາການສຳຜັດທີ່ເໝາະສົມ, ຫັນບັນດາສິ່ງທ້າທາຍກາຍເປັນທ່າໄດ້ປຽບ, ກາລະໂອກາດແຫ່ງການພັດທະນາ.
ເລືອກເຟັ້ນຂົງເຂດບຸລິມະສິດໃນການເຊື່ອມໂຍງເສດຖະກິດສາກົນເພື່ອສ້າງພື້ນຖານເສດຖະກິດສີຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:Văn Điệp/TTXVN)

ຈາກທ່າໄດ້ປຽບ, ບົດຮຽນທີ່ບັນລຸຜົນສຳເລັດໃນວິວັດການຫັນເປັນດີຈີຕອນ, ຄວນມີການກະກຽມດ້ານຂັ້ນຕອນ, ການວາງແຜນຂອງລັດໃນການເລືອກເຟັ້ນຂົງເຂດບຸລິມະສິດໃຮການເຊື່ອມໂຍງເສດຖະກິດສາກົນ ເພື່ອສ້າງພື້ນຖານເສດຖະກິດສີຂຽວ, ປົກປັກຮັກສາທຳມະຊາດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເມື່ອເປັນປະທານກອງປະຊຸມຂອງຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ, ຈັດຂຶ້ນໃນຕອນບ່າຍວັນທີ 10 ກໍລະກົດ, ທີ່ສຳນັກງານລັດຖະບານ.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ວຽກງານການເຊື່ອມໂຍງຄວນກຳນົດບັນດາການສຳຜັດທີ່ເໝາະສົມ, ຫັນບັນດາສິ່ງທ້າທາຍກາຍເປັນທ່າໄດ້ປຽບ, ກາລະໂອກາດແຫ່ງການພັດທະນາ. ລັດຄວນສວມບົດບາດຫຼັກແຫຼ່ງໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນສົມທົບກັບການປະຕິບັດບັນດາເປົ້າໝາຍທົ່ວໂລກ; ຫັນເປັນລະບອບ, ລະບຽບການສ້າງສະພາບແວດລ້ອມນິຕິກຳ, ນະໂຍບາຍ, ມາດຖານ, ຂໍ້ກຳນົດກ່ຽວກັບມາດຖານ, ຍົກສູງສະຕິຄວາມຮັບຮູ້ຂອງວິສາຫະກິດ, ປະຊາຊົນເທົ່າທຽມກັບບັນດາຄູ່ຮ່ວມມືສາກົນ; ເລືອກເຟັ້ນບັນດາເຄື່ອງໝາຍແຫ່ງຊາດເພື່ອສ້າງເປັນເຄື່ອງໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ