ເວທີປາໄສ ວິສາຫະກິດ ຫວຽດນາມ - ສິ່ງກາໂປ 2013

ເວທີປາໄສ ວິສາຫະກິດ ຫວຽດນາມ - ສິ່ງກາໂປ 2013 - ảnh 1
ວິສາຫະກິດ ຫວຽດນາມ - ສິ່ງກາໂປ ພົບປະແລກປ່ຽນ ຢູ່ເວທີປາໄສ
(ພາບ: Mỹ Phương/Vietnam+)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 17 – 19/4, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຫ້​ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ສົມທົບ​ກັບ​ສະຫະພັນ​ການ​ຄ້າ ສິ່ງ​ກາ​ໂປ (ຫຼື SBF) ​ໄດ້​ຈັດ​ຕັ້ງ “​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ສິ່ງ​ກາ​ໂປ 2013” (ຫຼື VSBF 2013). ນີ້​ແມ່ນ​ເຫດການ​ນອນ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີ​ມສະ​ຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ສິ່ງ​ກາ​ໂປ. ​ເວທີ​ປາ​ໄສ ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາລື 4 ຫົວ​ຂໍ້​ເຊິ່ງລວມມີ: ການ​ເງິນ, ອະ​ສັງຫາລິມະ​ຊັບ, ບໍລິການ​ສາທາລະນະ​ສຸກ, ການທ່ອງ​ທ່ຽວ, ການ​ຜະລິດ - ພາລະ​ທິການ, ​ໄດ້​ນຳ​ມາ​ເຊິ່ງ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ ຢູ່ ຫວຽດນາມໃຫ້​ແກ່​ວົງ​ຄະນະ​ຍາດ​ວິ​ສາ​ຫະກິດ ຫວຽດນາມ - ສິ່ງ​ກາ​ໂປ. ບັນດາ​ນັກ​ຊ່ຽວຊານ, ນັກ​ວາງ​​​ນະ​ໂຍບາຍ, ການ​ນຳ​ວິ​ສາ​ຫະກິດ​​ໃຫຍ່ຕ່າງໆ​ ຍັງ​​ໃຫ້ສັງ​ເກດ​ຢ່າງ​ເລິກ​ເຊິ່ງ ​ແລະ ​ມີຄວາມ​ສາມາດ​ບົ່ມ​ຊ້ອນ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ - ສິ່ງ​ກາ​ໂປ ຊຸກຍູ້​ການ​​ເຄື່ອນ​ໄຫວ​ຮ່ວມ​ສຳພັນ, ຮ່ວມ​ມື​ລົງທຶນ​.​..​ ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ ມີ​ບັນດາລາຍການສະ​ຫງວນ​ໃຫ້ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ຄື: ຢ້ຽມ​ຊົ​ມ​ເຂດ​ວາງສະ​ແດງ, ​ສຳຫລວ​ດຕົວ​ຈິງ​ຢູ່ບາງ​ເຂດ​ອຸດສາ​ຫະກຳ ​ແລະ ​ໂຮງໝໍ​ຢູ່​ພາກ​​ໃຕ້.

ຂ່າວ/ບົດ​ອື່ນ