ເວ​ທີ​ປາ​ໄສ ອາ​ຊີ ປ​ົວ​ຢາວ 2025 ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ​້ອມ​ໃນ 5 ດ້ານ

(VOVWORLD) - ໃນຂອງເຂດກອງປະຊຸມ BFA ປີນີ້, ໄດ້ຈັດໃຫ້ມີກ່ວາ 50 ການເຄື່ອນໄຫວ, ລວມມີບັນດາການໂອ້ລົມສົນທະນາຂັນສູງ ແລະ ບັນດາເວທີປາໄສສຳຮອງ....
ເວ​ທີ​ປາ​ໄສ ອາ​ຊີ ປ​ົວ​ຢາວ 2025 ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ​້ອມ​ໃນ 5 ດ້ານ - ảnh 1

(ພາບ: THX/TTXVN)

    ພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (ຄືແຕ່ວັນທີ 25-28 ມີນາ), ຕອນບ່າຍວັນທີ 28 ມີນາ, ກອງປະຊຸມປະຈຳປີ ເວທີປາໄສ ອາຊີ ປົວຢາວ (BFA -  Boao Forum for Asia)  2025 ໄດ້ອັດລົງຢູ່ເທດສະບານເມືອງ ປົວຢາວ ແຂວງ ໄຮໜານ ປະເທດ ຈີນ. ໃນຂອບເຂດກອງປະຊຸມ BFA ປີນີ້, ໄດ້ຈັດໃຫ້ມີກ່ວາ 50 ການເຄື່ອນໄຫວ, ລວມມີບັນດາການໂອ້ລົມສົນທະນາຂັນສູງ ແລະ ບັນດາເວທີປາໄສສຳຮອງ ໂດຍສຸມໃສ່ 4 ຫົວເລື່ອງຫຼັກແຫຼ່ງ໊ ກຳທ່າອ່ຽງລວມ, ຊຸກຍູ້ການເຕີບໂຕ, ສ້າງອະນາຄົດ ແລະ ຄົ້ນຫາບັນດາກຳລັງໜູນແຫ່ງການຊຸກຍູ້.

     ກ່າວຄຳເຫັນທີ່ກອງປະຊຸມຂ່າວອັດເວທີປາໄສ, ທ່ານ ຈາງຢຸນ, ເລຂາທິກາຍໃຫ່ຍ ເວທີປາໄສ ອາຊີ ປົວຢາວ ໃຫ້ຮູ້ວ່າ: ກອງປະຊຸມປະຈຳປີປິນີ້ ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນ 5 ດ້ານຄື: ເດັດດຽວຮັກສາລັດທິຫຼາຍຝ່າຍ, ຮັກສາທິດທາງຖືກຕ້ອງໃນບັນດາການຫັນປ່ຽນໃຫ່ຍ ແລະ ພ້ອມກັນສ້າງອະນາຄົດອັນດີງາມກ່ວາ. ມີສອງແມ່ນ ເພີ່ມທະວີການຮ່ວມມືພາກພື້ນ, ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ. ທີສາມແມ່ນ ອີງຕາມການພັດທະນາຄຸນນະພາບສູງ, ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທີສີ່ແມ່ນ ເດັດດຽວພັດທະນາຕາມທິດປ່ຽນແປງໃໝ່, ສົມທົບການໝູນໃຊ້ກັບການບໍລິຫານ. ທີຫ້າແມ່ນ ລິເລີ່ມການໂອ້ລົມສົນທະນາ ແລະ ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ເຊື່ອໝັ້ນ, ພ້ອມກັນຮັບມືກັບບັນດາສິ່ງທ້າທາຍ.

ຕອບກັບ

ຂ່າວ/ບົດ​ອື່ນ