ເວທີປາໄສພັດທະນາເຂດເສດຖະກິດພິເສດໂລກ ຈະຖືກໄຂຂຶ້ນຢູ່ກວາງນິງ

ເວທີປາໄສພັດທະນາເຂດເສດຖະກິດພິເສດໂລກ ຈະຖືກໄຂຂຶ້ນຢູ່ກວາງນິງ - ảnh 1
ການປະຊຸມຂ່າວ​ເວທີ​ປາ​ໄສ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ໂລກ
(ພາບ: baodautu.vn)


(vovworld) - ​ເວທີ​ປາ​ໄສ​ຈະ​ດຳ​ເນີນ​ໃນ​ວັນ​ທີ 20 – 30/03 ຈະ​ມາ​ເຖິງ, ​ໂດຍ​ຄະນະ​ຊີ້​ນຳ​ຈັດ​ຕັ້ງກອງ​ປະຊຸມ​ສຳມ​ະນາສາ​ກົນ​​ແຂວງ​ກວາງ​ນິງ, ປະເທດ ຫວຽດນາມ ​ແລະ ສູນ​ຄົ້ນຄວ້າ​ເຂດເສດຖະກິດ​ພິ​ເສດຈີນ, ມະຫາວິທະຍາ​ໄລ ​ເຊິ​ນ​ເຈິ​ນ, ​ແຂວງກວາງຕຸ​ງ, ປະ​ເທດ​ຈີນສົມທົບກັນຈັດ​ຕັ້ງຂຶ້ນ.

        ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ​ສຳນັກງານຂັ້ນສູນ​ກາງຂອງ​ຫວຽດນາມ, ​ແຂວງ​ກວາງ​ນິງ, ບັນດາ​ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ນັກວິທະຍາສາດ​ສາກົນ ​ແລກປ່ຽນ​ບັນດາ​ຂໍ້​ມູນ​ຂ່າວສານທີ່​ກ່ຽວ​ບຂ້ອງ​ເຖິງ​ວິວັດ​ການ​ສ້າງ​ຕັ້ງ, ພັດທະນາ​ຮູ​ບ​ແບບ​ປະສົມ, ​ເຂດ​ເສດຖະກິດ​ພິ​ເສດ..... ​ໃນ​ທົ່ວ​ໂລກໃນ​ຕະຫຼອດ 30 ປີຜ່ານມາ, ​ໃນ​ນັ້ນ​ໄດ້​ມີ​ບົດຮຽນ ​ແລະ ກາລະ​ໂອກາດ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຫວຽດນາມ. ບັນດາ​ຜູ້​ແທນ​ກໍ່​ສຸມ​ໃສ່​ແລ​ກປ່ຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບົດຮຽນຂອງ​ສາກົນ​ທີ່​ມີ​ຕໍ່​ການ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ພິ​ເສດ, ​ເຂດ​ເສດຖະກິດ​ເສລີ... ທ່ານ ວູຫງອກຢາ​ວ, ຫົວ​ໜ້າ​ຄະນະ​ໂຄສະນາສຶກສາ​ແຂວງ​ກວາງ​ນິງ ​ໃຫ້​ຮູ້​ວ່າ.

     “​ແຂວງ​ກວາງ​ນິງ ປາດ​ຖະໜາ​ຢາກ​ມີ​ບົດ​ຮຽນ​ຈາກ​ໂລກ​ໃນ​ການ​ສ້າງ​ເຂດ​ເສດຖະກິດ​ພິ​ເສດ ​ເຊິ່ງ​ໂລກ​ໄດ້​ປະຕິບັດ​ໃນ 30 ປີຜ່ານມາ. ປະຈຸ​ບັນ, ​ແຂວງ ກວາງ​ນິງ ຫາ​ກໍ່​ກ້າວເດີນບາດກ້າວທຳອິດສະ​ນັ້ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນດາ​ນັກຮຽນ​ຮູ້​ຊ່ວຍ​ເກັບ​ກຳ​ບົດຮຽນ​ໃນ​ບັນຫາ​ສ້າງ​ເຂດ​ເສດຖະກິດ​ພິ​ເສດ. ທັງ​ລະບົບ​ການ​ເມືອງ​ຂອງ​ແຂວງ​ກວາງ​ນິງ ຕັດສິນ​ໃຈ​ກໍ່ສ້າງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ຖື​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ແຂວງ​ກວາງ​ນິງພັດທະນາ​ຢ່າງກ້າວ​ກະ​ໂດດ​ຂັ້ນ”.

        ຄາດ​ວ່າ, ກອງ​ປະຊຸມ​ຈະ​ມີການເຂົ້າຮ່ວມຂອງຜູ້ແທນ 350 ຄົນເຊິ່ງແມ່ນຜູ້ຕາງໜ້າ​ບັນດາອົງການ​ສູນ​ກາງຂອງ​ຫວຽດນາມ, ນັກວິທະຍາສາດ, ຜູ້​ຊ່ຽວຊານ... ທີ່​ມີ​ຊື່​ສຽງອັນ​ດັບ​ໜຶ່ງ​ໃນ​ໂລກ​ກ່ຽວ​ກັບ​ເຂດ​​ເສດຖະກິດ​ພິ​ເສດ.

ຂ່າວ/ບົດ​ອື່ນ