ເວທີປາໄສລະດູໃບໄມ້ຫຼົ່ນປີ2015ຈະໄຂຂຶ້ນໃນວັນທີ27/8ຢູ່ແຂວງແທງຮ໋ວາ

ເວທີປາໄສລະດູໃບໄມ້ຫຼົ່ນປີ2015ຈະໄຂຂຶ້ນໃນວັນທີ27/8ຢູ່ແຂວງແທງຮ໋ວາ - ảnh 1
(ພາບປະກອບ)

(vovworld) – ເວທີ​ປາ​ໄສ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2015 ດ້ວຍ​ຫົວ​ຂໍ້ “​ເສດຖະກິດ​ຫວຽດນາມ - ​ເຊື່ອມ​​ໂຍງ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ”, ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 27/08 ຢູ່​ແຂວງ​ແທງ​ຮ໋ວາ. ຂໍ້​ມູນ​ກ່ຽວ​ກັບ​ເວທີ​ປາ​ໄສ​ກັບ​ບັນດາ​ອົງການ​ສື່​ມ​ວນຊົນ ​ໃນ​ຕອນ​ເຊົ້າ​ວັນ​ທີ 20/08, ທ່ານ​ຮອງ​ຫົວໜ້າກຳມາ​ທິການ​ເສດຖະກິດ ຫງວຽນ​ວັນ​ຟຸກ ​ເນັ້ນ​ໜັກ​​ເຖິງຈຸ​ດປະສົງ​ເຊິ່ງ​ເວທີ​ປາ​ໄສ​ມຸ່ງ​ໄປ​ເຖິງ ນັ້ນ​ແມ່ນກະກຽມ​​ເນື້​ອ​ໃນ​ໃຫ້​ບົດ​ລາຍງານ​ຕິດຕາມກ​ວດກາ​ຂອງ​ຄະນະປະ​ຈຳ​ສະພ​າ​ແຫ່ງ​ຊາດ ທີ່​ວາລະປະຊຸມ​ໃນ​ເດືອນ 09/2015 ກ່ຽກວັບ​ການ​ຕີ​ລາຄາ​ຜົນ​ຂອງວິວັດ​ການ​ເຊື່ອມ​ໂຍງ​​ດ້ານ​ເສດຖະກິດ​ສາກົນ ນັບ​ແຕ່​​ເມື່ອ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​​ໂລກ (WTO) ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ 2 ຝ່າຍ, ຫຼາຍ​ຝ່າຍ ​ເຊິ່ງຫວຽດນາມ ​ໄດ້ ​ແລະ ພວມ​ເຂົ້າ​ຮ່ວມ. ບົນ​ພື້ນຖານ​ນັ້ນ, ບັນດາ​ຜູ້​ແທນ ​ແລະ ນັກ​ຊ່ຽວຊານ, ນັກ​ຄົ້ນຄວ້າ, ນັກວິທະຍາສາດ, ບັນ​ດາ​ອົງການ​ຈັດ​ຕັ້ງ​ສາກົນ… ຈະ​​ແບ່ງປັນ, ປຶກສາ​ຫາລື​ເພື່ອ​ເຮ​ັດ​ແຈ້ງ​ບັນດາ​ເນື້ອ​ໃນ​ເຊິ່ງ​ເວທີ​ປາ​ໄສ​ມຸ່ງ​ໄປ​ເຖິງ.

ຂ່າວ/ບົດ​ອື່ນ